ບັນຍາກາດມື້ທີ 2 ຂອງງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

     ງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ ໄດ້ສືບຕໍ່ເປັນມື້ທີ 2 ໃນວັນທີ 9 ສິງຫາ 2025 ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົອ. ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ມີທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພຫກ, ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ພົນຈັດຕະວາ ພອນສະຫວັນ ສົມພາໄຊ ຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ມີບັນດາການນຳພັກ-ລັດ ຂັ້ນສູງ, ຄອບຄົວການນໍາ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ບັນດາແຂກຖືກເຊີນ ຈາກສູນກາງ, ພະນັກງານ-ລັດຖະກອນ, ພໍ່ແມ່ພີ່ນ້ອງບັນດາເຜົ່າທີ່ມາຈາກນະຄອນຫຼວງວຽງ ແລະ ບັນດາແຂວງທົ່ວປະເທດ ແລະ ຜູ້ປະກອບການ ເຂົ້າຮ່ວມ.
     ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ ແລະ ເສີມຂະຫຍາຍມູນເຊື້ອ, ຜົນງານອັນໃຫຍ່ຫຼວງຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ແລະ ເປັນໜຶ່ງໃນ 9 ກິດຈະກໍາ ຂອງການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.
     ທ່ານ ນາງ ມະນີວັນ ພະມີສິດ ຮອງປະທານ ສວນບັນດາເຜົ່າ, ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017, ເພື່ອສ້າງເປັນແຫຼ່ງທ່ອງທ່ຽວທາງວັດທະນະທໍາບັນດາຊົນເຜົ່າຕ່າງໆ ທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 20 ກິໂລແມັດ ໄດ້ຮັບການໄກ້ຊິດຕິດແທດຈາກການຊີ້ນໍາຂອງຄະນະພັກເມືອງ ນາຊາຍທອງ. ພາຍໃນສວນຂອງພວກເຮົາປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີ ເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ – ກາເຟ ເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດອື່ນໆ.
ກິດຈະກໍາໃນງານມື້ທີ 2 ນີ້ ແມ່ນໄດ້ຮັບຊົມການເດີນແບບຂອງບັນດາເຜົ່າ, ຢ້ຽມຊົມເຮືອນຊົນເຜົ່າ, ສໍາຜັດອາຫານ ເຄື່ອງດື່ມແບບເມື່ອກ່ອນ, ຊົມຜະລິດຕະພັນຊົນເຜົ່າ, ຟ້ອນລໍາວົງສາມັກຄີແບບມວນຊົນທຸກເຜົ່າ ແລະ ຊົມການສະແດງສິລະປະບັນດາເຜົ່າ ດ້ວຍບັນຍາກາດຄຶກຄື້ນຟົດຟື້ນ.
ບກ: ພ. ບຸບຜາພອນ
ຂ່າວ-ພາບ: ລິຂິດ, ສຸກສຳລານ