ຄະນະກໍາມະການ ສນຊ ວາງພວງມາລາ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ຕິດພັນ 3 ວັນປະຫວັດສາດຂອງພັກ-ລັດ ນໍາໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ຢູ່ອະນຸ ສາວະລີ ນັກຮົບນິລະນາມ(ດາວແດງ), ອະນຸສອນສະຖານສຸພານຸວົງ, ຫໍພິພິຕະພັນ ປະທານໄກສອນ ພົມວິຫານ ແລະ ສຸສານນັກຮົບປະຕິວັດແຫ່ງຊາດ ຫຼັກ 24 ເພື່ອສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ການນໍາ ພັກ-ລັດ ຮຸ່ນກ່ອນ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດລວມຂອງຊາດ.
ບກ: ພ.ບຸບຜາ
ຂ່າວ: ລີ
ພາບ: ສຸກ, ລີ, ລິຂິດ.



