ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75ປີ (13 ສິງຫາ 1950-13 ສິງຫາ2025), ໄດ້ຈັດຂື້ນ ໃນຕອນເຊົ້າ ຂອງ ວັນທີ 13ສິງຫາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໃນພິທີ ອັນມີເນື້ອໃນ ແລະ ມີຄວາມໝາຍນີ້, ໄດ້ເປັນກຽດຕ້ອນຮັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ທີ່ໄດ້ເປັນກຽດເຂົ້າຮ່ວມ, ມີ ທ່ານ ຈູມມະລີ ໄຊຍະສອນ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ບຸນຍັງ ວໍລະຈິດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງສປປ ລາວ, ມີບັນດາ ທ່ານ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ມີ ປະທານ, ຮອງປະທານ ສູນກາງແນວລາວສ້າງຊາດ, ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າ, ມີຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ, ບັນດາແຂວງ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ, ປກສ, ປກຊ, ນັກປະຕິວັດອະວຸໂສ, ວິລະຊົນແຫ່ງຊາດ-ນັກຣົບແຂ່ງຂັນ, ຄອບຄົວການນໍາ, ທ່ານ ທູດ, ທູຕານຸທູດຕ່າງປະເທດ, ມີຕົວແທນຊົນເຜົ່າ, ສາສະໜາ, ນັກຮຽນຮູ້ປັນຍາຊົນ, ພີ່ນ້ອງລາວຢູ່ຕ່າງປະເທດ, ຊາວຕ່າງປະເທດທີ່ດໍາລົງຊີວິດຢູ່ລາວ ຕະຫຼອດຮອດພະນັກງານ-ລັດຖະກອນແນວລາວສ້າງຊາດທົ່ວປະເທດເຂົ້າຮ່ວມ ແບບເຊີ່ງໜ້າ ແລະ ຜ່ານກອງປະຊຸມທາງໄກ.

ພິທີໂຮມຊຸມນຸມຄັ້ງນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງ ສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ(ສນຊ) ໄດ້ໃຫ້ກຽດຂື້ນລາຍງານ ການເຄື່ອນໄຫວ ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 75ປີຜ່ານມາ; ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດ ກ່າວ ສູນທອນພົດ ຕໍ່ພິທີໂຮມຊຸມນຸມ; ພ້ອມກັນນີ້ ໃນພິທີໂຮມຊຸມນຸມ ຍັງໄດ້ຮັບຊົມການສະແດງວົງດົນຕີອໍແກັສຕຣາ 3 ລາຍການ ແລະ ມີການຖ່າຍທອດສົດຜ່ານ ໂທລະພາບແຫ່ງຊາດລາວ ສູ່ສັງຄົມກວ້າງຂວາງ ແລະ ຟົດຟື້ນ.
ຂ່າວໂດຍ: ສຊ ຈື້ໄຊ
ພາບ: ສຸວັນລີ
ບກ: ບຸບຜາ



