ປະທານ ປະເທດແຫ່ງ ສປປ ລາວ ກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

     ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວສູນທອນພົດ ຕໍ່ງານໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75ປີ(13ສິງຫາ1950-13ສິງຫາ2025) ທີ່ຫໍປະຊຸມແຫ່ງຊາດ,ນະຄອນຫຼວງວຽງຈັນ, ວັນທີ 13 ສິງຫາ 2025ນີ້, ໂດຍທ່ານໄດ້ຍົກໃຫ້ເຫັນ 2 ບັນຫາໃຫຍ່ຄື: ຫວນຄືນປະຫວັດສາດ ແລະ ຄວາມເປັນມາອັນຍາວນານ ຂອງຊາດລາວຕິດພັນກັບມູນເຊື້ອ ອັນດີເລີດ ທີ່ປ່ຽມລົ້ນໄປດ້ວຍຜົນງານອັນໃຫຍ່ຫຼວງ ຂອງອົງການແນວລາວສ້າງຊາດ, ຜູ້ສືບທອດ ພາລະກໍາປະຕິວັດອັນຍິ່ງໃຫຍ່ ຂອງ “ແນວລາວອິດສະຫຼະ” ແລະ “ແນວລາວຮັກຊາດ”ແລະໄດ້ຊີ້ທິດເຍືອງທາງໃນການເຄື່ອນໄຫວ ຂອງອົງການແນວລາວສ້າງຊາດໃນຕໍ່ໜ້າ ເຊິ່ງ ທ່ານໄດ້ເນັ້ນ 7 ວຽກໃຫຍ່ຕ້ອງສູ້ຊົນບຸກບືນເຮັດໃຫ້ມີຜົນສຳເລັດຄື: ໜຶ່ງ: ອົງການແນວລາວສ້າງຊາດ ຕ້ອງສືບຕໍ່ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນ ແໜ້ນໜາ ຂອງ ປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແນວລາວອິດສະຫຼະ, ແນວລາວຮັກຊາດ, ໂດຍສະເພາະມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອ ປຸກລະດົມກໍາລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄົນລາວ ຕໍ່ຊະຕາ ກໍາ ຂອງປະເທດຊາດ, ບໍ່ໃຫ້ອິດທິກໍາລັງໃດໆມາມ້າງເພ ແລະ ທໍາລາຍໄດ້. ສອງ: ຕ້ອງປັບປຸງ ສິດໜ້າທີ່ ແລະ ກົນໄກການເຄື່ອນໄຫວເຮັດວຽກ ຂອງແນວລາວສ້າງຊາດ ໃຫ້ກວ້າງຂວາງ, ກວມລວມສອດຄ່ອງກວ່າເກົ່າ; ຄະນະພັກ, ອໍານາດການປົກຄອງ ແລະ ຂະແໜງ ການທຸກຂັ້ນ ຕ້ອງເພີ່ມທະວີການນໍາພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ ຂອງແນວລາວສ້າງຊາດ ໃຫ້ດີຂຶ້ນກວ່າເກົ່າ, ຮ່ວມມື ກັບກະຊວງ, ອົງການສູນກ, ອົງການ ແລະ ທ້ອງຖິ່ນ, ອົງການພາຄີ ແລະ ອົງການຈັດຕັ້ງສັງຄົມ ເພື່ອຊ່ວຍໜູນເຊິ່ງກັນ ແລະ ກັນ, ພ້ອມກັນຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ຕ່າງໆ ຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ການປັບປຸງກໍ່ສ້າງ ຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສົ່ງເສີມໃຫ້ປະຊາ ຊົນ ລາວເຮົາຮູ້ທໍາມາຫາກິນ, ດໍາລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດເປັນ ສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ. ສາມ: ແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ຍົກສູງຄຸນ ນະພາບການເຄື່ອນໄຫວ ຂອງຕົນ, ສ້າງການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການປຸກລະດົມ ຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ ໃຫ້ມີຫຼາຍຮູບຫຼາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ຈັດຕັ້ງ ປະຕິບັດມະຕິຂອງສູນກາງພັກ, ລັດຖະບານ ກໍຄື ຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການ ໃຫ້ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ, ສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ ການເມືອງໃນໄລຍະໃໝ່; ຕ້ອງຍຶດໝັ້ນ ແລະ ເສີມຂະຫຍາຍ ຄຸນລັກສະນະສະເພາະ ຂອງກໍາມະການ ແລະ ພະນັກງານ ແນວລາວສ້າງຊາດ ຕາມເນື້ອໃນ 4 ເສີມສ້າງ ທີ່ບັນດາສະຫາຍວາງອອກ ຄື: (1) ເສີມສ້າງຄວາມສາມັກຄີ, (2) ເສີມສ້າງຄຸນງາມຄວາມດີ, (3) ເສີມສ້າງຄຸນວຸດທິ ແລະ (4) ເສີມ ສ້າງຄຸນະທໍາ. ນີ້ແມ່ນມູນເຊື້ອຕົວຈິງທີ່ມີຊີວິດຊີວາ ຂອງອົງການແນວລາວສ້າງຊາດ. ສີ່: ເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ໂດຍສະເພາະແມ່ນ ຜັນຂະ ຫຍາຍ ມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດປັນເຈົ້າຕົນເອງ, ປຸກລະດົມປະຊາຊົນ ສ້າງວິຖີຊີວິດ, ແບບແຜນການດໍາລົງຊີວິດແບບໃໝ່, ຮູ້ທໍາ ມາຫາກິນ, ຮູ້ນໍາໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນຂອງແຕ່ລະຄອບຄົວ; ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງ ແນວລາວສ້າງ ຊາດ, ນັກທຸລະກິດ ແລະ ປະຊາຊົນ ຫຼື ຮູບແບບການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ; ລະດົມ ກໍາລັງແຮງໃນສັງຄົມເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫຼີກທີ່ຍັງມີ ຄວາມຫຍຸ້ງຍາກ.ຫ້າ: ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີບົດບາດຕິດຕາມ, ກວດກາ ສຽງ ສະທ້ອນ ຂອງສັງຄົມ ກ່ຽວກັບການປະຕິບັດແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄືຕໍ່ ການເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງອົງການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ຂັ້ນຕ່າງໆ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ຫຼາຍຂຶ້ນ ຕາມ ທິດທີ່ວ່າທຸກໆວຽກຕ້ອງ : “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ ກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ຢ່າງຊອບທໍາ”. ໃນຂະນະດຽວກັນ ນັ້ນ, ກໍຕ້ອງເພີ່ມທະວີບົດບາດ ຂອງສື່ມວນຊົນລາວໃນການເຮັດໜ້າທີ່ ຕິດຕາມ, ກວດກາການ ປະຕິບັດແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ບັນດາກົດໝາຍຂອງອົງການຈັດຕັ້ງໃນລະບົບ ການເມືອງ, ການຈັດຕັ້ງສັງຄົມ, ພະນັກງານ, ສະມາຊິກພັກ ໃຫ້ແຂງແຮງ, ຊັດເຈນ, ວ່ອງໄວ, ແລະ ສ້າງສັນ ຈຶ່ງຈະເຮັດໃຫ້ວຽກງານມະຫາຊົນ ຂອງພັກເຮົາ ມີຊີວິດຊີວາ, ໜັກແໜ້ນ ແລະ ຖືກທິດ. ຫົກ: ສືບຕໍ່ເພີ່ມທະວີການເຄື່ອນໄຫວການທູດປະຊາຊົນ ກໍຄືເປີດກວ້າງການຮ່ວມມືສາກົນ, ໂດຍສະເພາະ ອົງການແນວໂຮມ ຂອງບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດ ເພື່ອນ ບ້ານ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາ; ສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມ ລະບຽບ ເພື່ອແລກປ່ຽນວັດທະນະທໍາ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ໃຫ້ນັບມື້ ນັບຫຼາຍຂຶ້ນ. ເຈັດ: ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວ ຢູ່ຕ່າງປະເທດ ທີ່ມີຈິດໃຈຮັກ ເຊື້ອແພງຊາດ ອວ່າຍໜ້າມາຫາປະເທດຊາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ; ພ້ອມກັນນັ້ນ ກໍເອົາໃຈໃສ່ປຸກລະດົມຊາວຕ່າງດ້າວ, ຊາວຕ່າງປະ ເທດ ທີ່ດໍາລົງຊີວິດ, ທໍາມາຫາກິນ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີ ກັບປະຊາຊົນລາວບັນດາເຜົ່າ, ທັງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ສປປ ລາວ ໃຫ້ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.
ຂ່າວໂດຍ: ບຸບຜາ- ສຊ ຈື້ໄຊ