ສູນກາງສະຫະພັນແມ່ຍິງລາວ ເຂົ້າອວຍພອນການນຳສູນກາງແນວລາວສ້າງຊາດ

ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950-13 ສິງຫາ 2025); ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າອວຍພອນ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໃນວັນທີ 15 ສິງຫາ 2025 ທີ່ສູນກາງແນວລາວສ້າງຊາດ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ແຈ້ງຜົນສຳເລັດໃນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ເຊິ່ງໄດ້ມີຫຼາຍກິດຈະກຳ ແຕ່ລະກິດຈະກຳໄດ້ມີຄະນະນຳຂັ້ນສູງ ພ້ອມດ້ວຍພໍ່ແມ່ປະຊາຊົນລາວບັນດາເຜົ່າ ຢູ່ທັງພາຍໃນນະຄອນຫຼວງ, ບັນດາແຂວງທົ່ວປະເທດ ແລະ ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ເຂົ້າຮ່ວມຢ່າງເບີດບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ.

ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວອວຍພອນຕໍ່ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕື່ມອີກ.

ຂ່າວ+ພາບ: ເຢ

ບກ: ສ. ຈື້ໄຊ