ໃນວັນທີ 15 ສິງຫາ 2025 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ແລະ ອອກພັກການ-ຮັບອຸດໜູນບຳນານ ການນຳຂັ້ນສູງຂອງສູນກາງແນວລາວສ້າງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຮອງເລຂາ, ຄະນະປະຈຳ ແລະ ຄະນະກຳມະການພັກ, ຄະນະທີ່ປຶກສາ ພ້ອມດ້ວຍສະມາຊິກພັກອ້ອມຂ້າງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ໃນພິທີ ທ່ານ ປອ ນາງ ວິໄລ ພິລະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ, ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 644/ຄລສພ ລົງວັນທີ 21/7/2025 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດ ໃຫ້ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ ຮອງປະທານສູນກາງແນວລາວສ້າງຊາດ ອອກພັກການ-ຮັບອຸດໜູນບຳນານ; ມະຕິຕົກລົງ ສະບັບເລກທີ 643/ຄລສພ ລົງວັນທີ 21/7/2025 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ດຣ ຈັນເພັງ ສຸດທິວົງ ຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ອອກພັກການ-ຮັບອຸດໜູນບຳນານ, ມະຕິຕົກລົງ ສະບັບເລກທີ 639/ຄລສພ ລົງວັນທີ 16/7/2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ປະກາດຍົກຍ້າຍ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ໄປປະຈຳການຢູ່ຄະນະກວດກາສູນກາງພັກ.


ໃນໂອກາດນີ້, ສະຫາຍ ປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າໃຫ້ກຳມະການກົມການເມືອງສູນກາງພັກ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ແຕ່ລະສະຫາຍ ໄດ້ປະຕິບັດເຂົ້າໃນວຽກງານແນວໂຮມໄລຍະຜ່ານມາ, ການອອກພັກການ-ຮັບອຸດໜູນບຳນານໝາຍເຖີງໄດ້ສຳເລັດການປະຕິບັດໜ້າທີ່ການເມືອງ ຂອງບັນດາສະຫາຍ ແລະ ໃຫ້ສຶບຕໍ່ເປັນເປັນຫຼັກແຫຼ່ງ, ເປັນຄັນທຸງປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດຕໍ່ໄປຕາມເງື່ອນໄຂ ແລະ ສະພາບຕົວຈີງ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ໄດ້ຍົກຍ້າຍໄປປະຈຳການຢູ່ບ່ອນໃໝ່ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຕາມພັກ-ລັດມອບໝາຍໃຫ້ກ້າວຂຶ້ນເລື້ອຍໆ ແລະ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ໃໝ່ ໃນຕໍ່ໜ້າຈະໄດ້ຮ່ວມມືກັນ ພ້ອມກັນປະກອບສ່ວນນຳພາວຽກງານແນວໂຮມ, ຮຽກຮ້ອງໃຫ້ທຸກພາກສ່ວນພາຍໃນ ສູນກາງແນວລາວສ້າງຊາດ ຈົ່ງໃຫ້ການຮ່ວມມືເພື່ອພ້ອມກັນເຮັດສຳເລັດໜ້າທີ່ແຕ່ລະໄລຍະ ໃຫ້ກ້າວໄປເລື້ອຍໆ.
ຂ່າວ+ພາບ: ເຢ
ບກ: ພ.ບຸບຜາ



