ໃນວັນທີ 20 ສິງຫາ 2025 ນີ້, ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ ໃຫ້ກຽດຕ້ອນຮັບໂດຍສະຫາຍຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ ວັນໄຊຊະນະການປະຕິວັດ ເດືອນສິງຫາ (19 ສິງຫາ 1945-19 ສິງຫາ 2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2 ກັນຍາ 1945-2 ກັນຍາ 2025) ເພື່ອສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະ 80 ປີຜ່ານມາ ແລະ ສະແດງໃຫ້ເຫັນເຖິງສາຍພົວພັນພິເສດ ລາວ-ຫວຽດນາມ, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ.
ໃນໂອກາດດັ່ງກ່າວ, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ໃຫຍ່ຫຼວງ, ຮອບດ້ານຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມໝັ້ນທ່ຽງເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ຖານະບົດບາດອິດທິພົນຂອງ ພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນີ້, ສະຫາຍ ສິນລະວົງ ຄຸດໄພທູນ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ ສອງລັດ ແລະ ປະຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ນັບມີຄວາມເລິກເຊິ່ງ ໃນທຸກຂົງເຂດວຽກງານ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ ພ້ອມນັ້ນຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ລ້ຳຄ່າ ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ ສປປ ລາວ ໃນໄລຍະຕໍ່ສູ້ ເພື່ອປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະ ນະຄອນຫຼວງວຽງຈັນໃນປັດຈຸບັນໃຫ້ເຂັ້ມແຂງຂຶ້ນ.
ໃນໂອກາດນີ້, ສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກໍ່ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະດ້ານນັບແຕ່ອະດີດເຖິງປັດຈຸບັນ ຂອງ ສສ ຫວຽດນາມໃຫ້ຮັບຊາບ, ນອກນີ້ ທ່ານຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍສະເພາະການພົວພັນຮ່ວມມືລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການແນວໂຮມປະເທດຊາດ ສສ ຫວຽດນາມ ຊຶ່ງຍາມໃດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
ບກ: ພ.ບຸບຜາ+ອຸດອນ
ຂ່າວ+ພາບ:ລີ



