ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າຢ້ຽມອຳລາ ໃນວັນທີ 21 ສິງຫາ 2025 ນີ້, ທີ່ສໍານັກງານສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດທີ່ທ່ານ ທູດ ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານເອກອັກຄະລັດຖະທູດ ທີ່ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ໃນການສະໜັບສະໜູນ ແລະ ປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍເປັນກ້າວໆໃນຫຼາຍດ້ານ ນອກນັ້ນ, ທ່ານ ປະທານ ສນຊ ຍັງໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານໃໝ່ ແລະ ສະແດງຄວາມຫວັງວ່າ ທ່ານທູດ ຈະສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນ, ທ່ານ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມມື ຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຂອງຕົນ ຕະຫຼອດໄລຍະຜ່ານມາ ແລະ ສະແດງຄວາມຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.
ບກ: ກົງແກ້ວ
ຂ່າວ+ພາບ: ລີ



