ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ເຂົ້າຮ່ວມພິທີປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

      ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເຂົ້າຮ່ວມຮັບຟັງການຫວນຄືນມູນເຊື້ອການປະຕິວັດເດືອນສິງຫາ 1945 ແລະ ວັນຊາດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(ສສ ຫວຽດນາມ) ໂດຍໃຫ້ກຽດປາຖະກະຖາໂດຍ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃນວັນທີ 27 ສິງຫາ 2025ນີ້.
      ໃນພິທີ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າ ຄອສພ ໄດ້ກ່າວຄໍາເຫັນຕ້ອນຮັບ ຈາກນັ້ນ, ສະຫາຍ ຫງວຽນ ມິງ ເຕິມ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ຄວາມເປັນມາວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ(2 ກັນຍາ 1945-2025)ໂດຍໄດ້ຍົກໃຫ້ເຫັນ 3 ເນື້ອໃນໃຫຍ່ເປັນຕົ້ນ: 1) ຄວາມໝາຍສໍາຄັນ ຂອງການປະຕິວັດເດືອນສິງຫາ 1945 ທີ່ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງ ໃນການສ້າງເງື່ອນໄຂ ແລະ ກາລະໂອກາດໃຫ້ແກ່ການປະຕິວັດຢູ່ ຫວຽດນາມ ໂດຍໄດ້ໄດ້ທໍາລາຍຕ່ອງໂສ້ຂອງຄວາມເປັນຂ້າທາດແກ່ຈັກກະພັກລ່າເມືອງຂຶ້ນແບບເກົ່ານັບເປັນເວລາຫຼາຍສິບປີນັ້ນລົງ ພ້ອມທັງປະກາດເອກະລາດ ແລະ ກ້າວສູ່ສັງກາດໃໝ່ ໂດຍແມ່ນພັກນໍາພາ ຊຶ່ງມີປະທານໂຮ່ຈິມິນ ເປັນຜູ້ນໍາ; 2) ຜົນງານ 80 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ ເຊິ່ງສະຫາຍໄດ້ເນັ້ນສີ່ເນື້ອໃນເຊັ່ນວ່າ: ໄຊຊະນະອັນໃຫຍ່ຫຼວງໃນການທ້ອນໂຮມປະເທດຊາດ, ການປະຕິບັດພັນທະສາກົນ, ການນໍາພາປະເທດຊາດກ້າວສູ່ເສັ້ນທາງສັງຄົມນິຍົມ, ຜົນສໍາເລັດການນໍາພາປ່ຽນແປງໃໝ່ມີຫຼັກການຂອງພັກເປັນເວລາ 4 ທົດສະວັດຜ່ານມາ ໄດ້ພິສູດໃຫ້ເຫັນໝາກຜົນຮອບດ້ານໃນການພັດທະນາປະເທດເປັນຕົ້ນ ການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ແລະ 3) ສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອ-ໝາກຜົນຂອງການພົວພັນຮ່ວມມືແບບພິເສດຫວຽດນາມ-ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍແມ່ນບັນພະບູລຸດຫວຽດນາມ-ລາວ ເປັນຜູ້ກໍ່ຕັ້ງໄວ້ ເຊິ່ງສອງພັກ ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດ ເຄີຍຊ່ວຍເຫຼືອເຊິ່ງກັນແລະກັນ ຮ່ວມຂຸມຄອງດຽວກັນ ຕີສັດຕູໂຕດຽວກັນ ແລະ ມີພັກກອມມູນິດອິນດູຈີນອັນດຽວ ໃນການກໍ່ຕັ້ງພັກຕົນ ແລະ ນໍາພາຍາດເອົາໄຊຊະນະເປັນກ້າວໆມາ, ພາຍຫຼັງປົດປ່ອຍປະເທດຊາດໃນປີ 1975 ສອງປະເທດໄດ້ລົງນາມສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືນໍາກັນ ຈາກນັ້ນມາຮອດປັດຈຸບັນ ສາຍພົວພັນ ແລະ ຄວາມສາມັກຄີພິເສດ ຂອງສອງປະເທດ ຍິ່ງໄດ້ຮັບການເພີ່ມພູນຄູນສ້າງທັງລວງກວ້າງ ແລະ ລວງເລິກ ພ້ອມກັນນີ້ ສະຫາຍກໍ່ໄດ້ຍົກບາງທິດທາງກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ລາວ ໃນໄລຍະຕໍ່ໜ້າຕື່ມອີກ.
      ໃນພິທີ ຍັງມີບັນດາສະຫາຍຕາງໜ້າຄະນະປະຈໍາພັກ, ຄະນະພັກ, ພະນັກງານຫຼັກແຫຼ່ງ ຂອງບັນດາກະຊວງ-ອົງການ, ສະຖາບັນຕ່າງໆ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ບກ : ພ ບຸບຜາ
ຂ່າວ+ພາບ: ຂິດ