ກອງປະຊຸມສໍາມະນາຜ່ານຮູບແບບການກໍ່ສ້າງພຣະພຸດທະຮູບ ຢູ່ພູຜາບົວ ເມືອງວັງວຽງ

      ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ຂອງສູນກາງແນວລາວສ້າງຊາດ, ໂດຍໃຫ້ກຽດເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ກຳມະການການ ສູນກາງແນວລາວສ້າງຊາດ, ມີທ່ານເນຍເລີຍ ປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນາທໍາມະຫາຊົນ ຈໍາກັດ, ມີບັນດາທ່ານກຳມະການ ສູນກາງແນວລາວສ້າງຊາດ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.
      ກອງປະຊຸມທ່ານ ເນຍເລີຍ ໄດ້ມີຄໍາເຫັນຕໍ່ການອອກແບບກໍ່ສ້າງພຣະພຸດທະຮູບພູຜາບົວ, ກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາລາວມະຫາຊົນ ມີແຜນຈະສ້າງພຣະພຸດທະຮູບພູຜາບົວຢູ່ ເມືອງວັງວຽງ, ມີຈຸດປະສົງເພື່ອຊອກຫາຕົວແທນທີ່ສໍາຜັດໄດ້ໃຫ້ແກ່ຄວາມເຊື່ອຖືດັ່ງກ່າວທີ່ໄດ້ສືບຕໍ່ມາຫຼາຍພັນປີ, ໃຫ້ຄວາມຊົງຈໍາກະຈາຍຢູ່ຕາມພູເຂົາ, ເປັນບ່ອນທີ່ສາມາດເຕົ້າໂຮມກັນ ແລະ ໃຫ້ນັກທ່ອງທ່ຽວຕ່າງຖິ່ນສໍາພັດໄດ້ເຖິງແກ່ນສານວັດທະນະທໍາຂອງລາວ, ການເລືອກພູຜາບົວເປັນການສືບຕໍ່ມູນເຊື່ອອັນເກົ່າແກ່ຂອງລາວຄື: ທໍາມະຊາດກັບຄວາມເຊື່ອຖືໃນການດຳລົງຊີວິດຮ່ວມກັນ, ພູຜາບົວຄືກັບພູຜາພະຈັນທີ່ຢູ່ອ້ອມຂ້າງເປັນສະຖານທີ່ສັກສິດ ແລະ ພູຜາບົວນີ້ມີເອກະລັກທາງທໍາມະຊາດທີ່ໂດດເດັ່ນທາງດ້ານຮູບຮ່າງພູຜາ, ພູມສັນຖານຂອງພູຜາໄດ້ສ້າງບັນຍາກາດແຫງຄວາມສະຫງົບໃຈໃຫ້ແກ່ມະນຸດເຮົາ, ໃນກອງປະຊຸມໄດ້ນໍາສະເໜີວິດີໂອ ຮູບແບບການກໍ່ສ້າງພຣະພຸດທະຮູບຢູ່ພູຜາບົວ, ພ້ອມກັນນັ້ນບັນດາແຂກທີ່ເຂົາຮ່ວມກອງປະຊຸມໄດ້ຮ່ວມກັນສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ຮູບແບບການກໍ່ສ້າງພຣະພຸດທະຮູບດັ່ງກ່າວ.
ບ.ກ: ສຊ ຈື້ໄຊ
ຂ່າວ-ພາບ: ສຸກສໍາລານ