ຮອງປະທານ ສູນກງແນວລາວສ້າງຊາດ ຜູ້ປະຈໍາການພົບປະຄະນະສະມາຄົມຮັກບ້ານເກີດ

     ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັນ, ຮອງປະທານ ສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ໄດ້ຕ້ອນຮັບ ຄະນະສະມາຄົມຮັກບ້ານເກີດ ຈາກ ສ.ອາເມິກາ ນໍາໂດຍທ່ານ ຄໍາຜຸຍ ມະນີແສງ ກໍາມະການ ສູນກາງແນວລາວສ້າງຊາດ ຢູ່ປະເທດ ສ.ອາເມລິກາ, ມີທ່ານ ເສັງສື ວາງ ປະທານສະມາຄົມຮັກບ້ານເກີດ ຈາກ ສ.ອາເມລິກາ ພ້ອມດ້ວຍຄະນະ; ທ່ານ ຫຽມ ພົມມະຈັນ ຮອງປະທານບໍປະຈໍາການ ຫົວໜ້າຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນວັນທີ 5 ກັນຍາ 2025 ທີ່ສູນກາງແນວລາວສ້າງຊາດ.
      ການພົບປະໃນຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັັບການສ້າງຕັ້ງສະມາຄົມຮັກບ້ານເກີດ ແລະ ເພື່ອປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວວຽກງານຮ່ວມກັນລະຫວ່າງສະມາຄົມຮັກບ້ານເກີດກັບຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຂອງ ສູນກາງແນວລາວສ້າງຊາດ.
ໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ແລະ ຊຸກຍູ້ໃນການເຄື່ອນໄຫວວຽກງານດັ່ງກ່າວ ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ, ສະດວກໃນການປະສານສົມທົບ ແລະ ການຮ່ວມມືໃນຕໍ່ໜ້າ.
ຂ່າວ+ພາບ: ຄຳຜາຍ
ບກ: ພ.ບຸບຜາ