ທ່ານຮອງປະທານ ສນຊ ເຂົ້າຮ່ວມພິທີເປີດ-ປິດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 10 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ  ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ (ສນຊ) ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ບັນດາສະຫາຍຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນວາລະກອງປະຊຸມ,ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ. ໄດ້ມີຄໍາເຫັນໂອລົມ ຫົວຂໍ້: ສົ່ງເສີມບົດບາດຍິງ-ຊາຍ ຕິດພັນກັບການເຕົ້າໂຮມຄວາມສາມັກຄີປອງດອງໃນຄອບຄົວ ແລະ ສັງຄົມ. ຄືພວກເຮົາຮູ້ນໍາກັນແລ້ວວ່າ ສປປ ລາວ ມີ 50 ຊົນເຜົ່າ, ແມ່ຍິງກວມກວ່າເຄີ່ງໜື່ງຂອງພົນ ລະເມືອງ,​ ສະນັ້ນ ການພັດທະນາເສດຖະກິດ-ສັງຄົມ ນັບມື້ດີຂື້ນ, ປະເທດຊາດມີຄວາມສະຫງົບ ປອດໄພເທົ່າໃດກໍ່ຖືວ່າແມ່ຍິງໄດ້ມີສ່ວນຮ່ວມເທົ່ານັ້ນ, ພິເສດແມ່ຍິງໄດ້ມີບົດບາດໃນການສ້າງເສດ ຖະກິດ, ສ້າງລາຍຮັບ, ສ້າງອາຊີບໃນຄອບຄົວ ເປັນຕົ້ນແມ່ນການສ້າງທຸລະກິດຂະໜາດນ້ອຍ ໃນ ຂະແໜງກະສິກໍາ ແລະ ຫັດຖະກໍາ ມີແມ່ຍິງເປັນເຈົ້າຂອງກວມກວ່າ 70% ຂື້ນໄປ, ໃນຂົງເຂດອື່ນ ແມ່ຍິງໄດ້ເປັນເຈົ້າຂອງທຸລະກິດ ແລະ ເປັນນັກທຸລະກິດຍິງດີເດັ່ນ ນັບມື້ນັບເພີ່ມຂື້ນ; ດັ່ງນັ້ນ ການ ສົ່ງເສີມບົດບາດຍິງ-ຊາຍ ຕິດພັນກັບການເຕົ້າໂຮມ ຄວາມສາມັກຄີປອງດອງໃນຄອບຄົວ ແລະ ສັງຄົມ ແມ່ນຄວາມຈໍາເປັນພາວະວິໃສ ຍາມໃດພັກ-ລັດ ກໍ່ໄດ້ເອົາໃຈໃສ່ ສົ່ງເສີມກໍ່ສ້າງ, ໃຫ້ໂອ ກາດແມ່ຍິງຕະຫລອດມາ, ເຮັດໃຫ້ມີການນໍາເພດຍິງຢູ່ໃນທຸກຂົງເຂດວຽກງານ.

ສໍາລັບແນວລາວສ້າງຊາດ ກໍ່ໄດ້ຖືສໍາຄັນໃນການສຶກສາອົບຮົມບົ່ມສອນ ໃຫ້ຮູ້ຈັກບາບບຸນ ຄຸນໂທດ, ສ້າງແຕ່ຄຸນງາມຄວາມດີ ໃຫ້ປະເທດຊາດ ຊຸກຍູ້ປະຕິບັດຄໍາຂວັນ 4 ເສີມສ້າງ “ເສີມສ້າງ ຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນວຸດທິ, ເສີມສ້າງຄຸນນະທໍາ” ເລີ່ມຈາກສະ ຖາບັນຄອບຄົວ, ສະຖາບັນການສຶກສາ, ການຈັດຕັ້ງທຸກຂັ້ນ, ທຸກຄົນ ຕ້ອງໄດ້ພ້ອມກັນຈັດຕັ້ງປະ ຕິບັດໂດຍຕິດພັນກັບຂະບວນການແຂ່ງຂັນ ”ຮັກຊາດ ແລະ ພັດທະນາ” ແລະ ຄໍາຂວັນຂອງແຕ່ ລະອົງການໃຫ້ຟົດຟື້ນ ແລະ ກວ້າງຂວາງ, ມີຜົນສໍາເລັດຢ່າງຈົບງາມ ທັງເປັນການເຕົ້າໂຮມຄວາມ ສາມັກຄີ ເປັນປຶກແຜ່ນຄຽງຂ້າງພັກ-ລັດ ແລະ ປະເທດຊາດ, ນັ້ນແມ່ນກໍາລັງແຮງອັນມະຫາສານ ຂອງມະຫາຊົນໃນທົ່ວສັງຄົມ ເພື່ອຂັບເຄື່ອນສູ່ຄວາມພັດທະນາ.