ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສູນຄົ້ນຄວ້າ ແລະຝຶກອົບຮົມ ສນຊ ກັບ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈຳກັດ

       ໃນວັນທີ 12 ກັນຍາ 2025ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສູນຄົ້ນຄວ້າ ແລະຝຶກອົບຮົມ ສນຊ
ກັບ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈຳກັດ ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳຜອຍ ວັນນະສານ ຮອງປະທານ ສນຊ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ, ມີ ທ່ານ ໂອວຢ່າງຈື ຮອງຜູ້ອຳນວຍການໃຫຍ ່ ບໍລິສັດ ເອເນີຈີ ອິນເຕີເນຊັນແນວ ໂຮລດິ້ງ ຈຳກັດ, ທ່ານ ຈົ່ງຊ່ຽນເຈຍ ປະທານບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈຳກັດ; ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ພິທີເຊັນສັນຍາຄັ້ງນີ້:
1) ເພື່ອເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ທີ່ລັດຖະບານແຫ່ງ ສປປ ລາວ ແລະ
ບໍລິສັດ ຊີຈີເອັນ ເອເນີຈີ ເຕັດໂນໂລຊີ (ລາວ) ຈຳກັດ ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ
ແລະຜັນຂະຫຍາຍ ຜົນການພົບປະລະຫວ່າງ ທ່ານ ປະທານສູນກາງແນວລາວສ້າງຊາດ ແລະທ່ານ
ປະທານບໍລິສັດ ຊີຈີເອັນ ພາວເວີ ກຣຸບ ຈຳກັດ ຄັ້ງວັນທີ 29 ພຶດສະພາ 2025;
2) ເພື່ອຮ່ວມກັນຄົ້ນຄວ້າ ຢ່າງເປັນລະບົບກ່ຽວກັບການພັດທະນາພະລັງງານສະອາດໃນ ສປປ ລາວ
ຢ່າງມີປະສິດທິຜົນ, ເພື່ອຕອບສະໜອງພະລັງງານໄຟຟ້າ ທີມີການຊົມໃຊ້ທີ່ເພີ່ມຂຶ້ນເປັນຈໍານວນ
ຫຼາຍ ແລະຊ່ວຍຫຼຸດຜ່ອນພາວະການຂາດແຄນ ແລະນໍາເຂົ້າພະລັງງານ ຈາກຕ່າງປະເທດ
ພິທີຄັ້ງນີ້ ຝ່າຍ ສນຊ ລົງນາມໂດຍທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະຝຶກອົບຮົມ ສນຊ ແລະ ຝ່າຍບໍລິສັດ ລົງນາມໂດຍທ່ານເຖິງຢົງ ອໍານວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີ (ລາວ) ຈຳກັດ ໄລຍະເວລາໃນການຈັດຕັ້ງປະຕິບັດແມ່ນ 1 ປີຫຼັງຈາກທີ່ລົງນາມເປັນຕົ້ນໄປ.
ບກ: ພ.ບຸບຜາ
ຂ່າວ+ພາບ: ລີ