ວັນທີ 15 ກັນຍາ 2025, ກອງປະຊຸມໃຫຍ່ໜ່ວຍພັກຫ້ອງການ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ IX ໄດ້ເປີດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ດາວຽງສັກ ຫວ່າງວິຈິດ ກຳມະການຄະນະພັກ ເລຂາໜ່ວຍພັກຫ້ອງການ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ. ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກະມະການສູນກາງພັກ ຮອງປະທານຜູ້ປະຈຳການ ສນຊ, ມີບັນດາສະຫາຍເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ບັນດາສະຫາຍສະມາຊິກພັກຫ້ອງການ, ພະນັກງານປະຕິວັດອາວຸໂສບຳນານ, ຄູ່ຮ່ວມງານ ແລະ ຄະນະທີ່ປຶກສາວຽກງານເສດຖະກິດ ສນຊ ເຂົ້າຮ່ວມທັງໝົດ ຈຳນວນ 47 ສະຫາຍ, ຍິງ 16 ສະຫາຍ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສູນກາງແນວລາວສ້າງຊາດ;

ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ “ຍົກສູງຄວາມສາມາດນຳພາຂອງຄະນະໜ່ວຍພັກ, ປະຕິບັດ 3 ພາລະບົດບາດຂອງຫ້ອງການ ໃຫ້ທັນສະໄໝ ແລະ ວ່ອງໄວ; ສູ້ຊົນສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ສນຊ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ”; ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ ໄລຍະ 2025-2030 ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະນະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສະໄໝທີ VIII ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕບ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 7 ສະຫາຍ ເລືອກເອົາ 5 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກຫ້ອງການ ສະໄໝທີ IX ຈຳນວນ 5 ສະຫາຍ ຄື: ສະຫາຍ ປອ. ດາວຽງສັກ ຫວ່າງວິຈິດ ເປັນເລຂາໜ່ວຍພັກ, ສະຫາຍ ດາວັນ ໂຊຕຸກີ ເປັນຮອງເລຂາໜ່ວຍພັກ, ສະຫາຍ ທິດສະຫວັນ ວົງພັກດີ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາ, ສະຫາຍ ແພງສີ ທໍ່ ແລະ ສະຫາຍ ໄຊຍະສິດ ແສງພະທິດ ເປັນກຳມະການໜ່ວຍພັກ;
ໂອກາດນີ້, ສະຫາຍປະທານ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້, ໄດ້ເນັ້ນກ່ຽວກັບທິດທາງແຜນການ ເຊິ່ງມີບາງເນື້ອໃນ ວ່າ: ໜ່ວຍພັກຫ້ອງການ ຕ້ອງໄດ້ກຳແໜ້ນສະພາບຈຸດພິເສດພື້ນຖານໃນການຈັດຕັ້ງປະຕິບັດຕາມ 3 ພາລະບົດບາດ ໃນການເປັນເສນາທິການ, ການປະສານງານ ແລະ ການບໍລິການ-ຮັບໃຊ້ ໃຫ້ໄດ້ຮັບໝາກຜົນດີ, ເອົາໃຈໃສ່ໃນ ການເສີມສ້າງຄວາມເປັນເຈົ້າການຫັນເປັນທັນສະໄໝດ້ານວຽກງານຫ້ອງການ, ພ້ອມທັງເອົາໃຈໃສ່ບຳລຸງສ້າງພະນັກງານໃຫ້ໄດ້ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ; ພ້ອມນີ້, ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ມີການແບ່ງໜ້າ ທີ່ຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນ, ແຕ່ລະສະຫາຍຕ້ອງເປັນແບບຢ່າງ, ມີຄວາມເສຍສະຫຼະຫຼາຍຂຶ້ນຕື່ມ ເພື່ອພ້ອມກັນນຳພາ-ຊີ້ນຳ ວຽກງານຫ້ອງການ ໃຫ້ມີໝາກມີຜົນໃໝ່ໃຫຍ່ຫຼວງກວ່າເກົ່າ.
ບກ: ພ. ບຸບຜາ
ຂ່າວ: ພ.ພຽງ
ພາບ: ແສງຫຼ້າ



