ກອງປະຊຸມໃຫຍ່ໜ່ວຍພັກກົມຈັດຕັ້ງ-ພະນັກງານ ສນຊ ຄັ້ງທີ IV

      ວັນທີ 16 ກັນຍາ 2025, ກອງປະຊຸມໃຫຍ່ໜ່ວຍພັກກົມຈັດຕັ້ງ-ພະນັກງານ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ IV ໄດ້ເປີດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸຣິປັນຍາ ຣາຊສົມບັດ ກຳມະການຄະນະພັກ ເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການ ສນຊ, ມີບັນດາສະຫາຍເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ບັນດາສະຫາຍສະມາຊິກພັກກົມຈັດຕັ້ງ-ພະນັກງານ, ພະນັກງານປະຕິວັດອາວຸໂສບຳນານ ສນຊ ເຂົ້າຮ່ວມທັງໝົດ ຈຳນວນ 27 ສະຫາຍ, ຍິງ 9 ສະຫາຍ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສູນກາງແນວລາວສ້າງຊາດ;
      ກອງປະຊຸມໄດ້ດຳເນີນພາຍໃຕ້ຄຳຂວັນ “ ຍົກສູງພາລະບົດບາດການນຳພາວຽກງານຈັດຕັ້ງ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ, ຍຸຕິທຳ, ຫັນການຄຸ້ມຄອງ, ບຳລຸງສ້າງພະນັກງານ ເຂົ້າສູ້ລະບົບທັນສະໄໝ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສນຊ ໃຫ້ປະກົດຜົນເປັນຈິງ”; ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ III ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ທິດທາງແຜນການສູ້ຊົນໃນຕໍ່ໜ້າໄລຍະ 2025-2030; ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະນະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສະໄໝທີ III ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕບ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 3 ສະຫາຍ ເລືອກຈາກຜູ້ລົງ 5 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກກົມຈັດຕັ້ງ-ພະນັກງານ ສະໄໝທີ IV ຈຳນວນ 3 ສະຫາຍ ຄື: ສະຫາຍ ສຸຣິປັນຍາ ຣາຊສົມບັດ ເປັນເລຂາໜ່ວຍພັກ, ສະຫາຍ ເມັດຄຳ ແກ້ວບຸດດີ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ, ສະຫາຍ ດົວທໍ່ ເຊັງຟົງຢົງນູ ເປັນກຳມະການໜ່ວຍພັກ;
      ໂອກາດນີ້, ສະຫາຍຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້, ທ່ານໄດ້ເນັ້ນກ່ຽວກັບທິດທາງແຜນການ ເຊິ່ງມີບາງເນື້ອໃນ ວ່າ: ໜ່ວຍພັກກົມຈັດຕັ້ງ-ພະນັກງານ ຕ້ອງໄດ້ກຳແໜ້ນສະພາບຈຸດພິເສດພື້ນຖານໃນການຈັດຕັ້ງປະຕິບັດຕາມ 4 ພາລະບົດບາດຂອງຕົນ, ຮັກສາຄວາມສາມັກຄີໃຫ້ເປັນເອກະພາບກັນໃນລະດັບສູງ, ມີຄວາມເປັນແບບຢ່າງກຳແໜ້ນເຝິກຝົນຕົນເອງໂດຍສະເພາະການເຝິກອົບຮົມໃຫ້ພະນັກງານ ແລະ ກວດກາເປັນປົກກະຕິຢ່າງກົງໄປກົງມາ, ຄຸ້ມຄອງພະນັກງານ ສນຊ ແລະ ພະນັກງານແນວລາວສ້າງຊາດໃນຂອບເຂດທົ່ວປະເທດ ທາງດ້ານທິດສະດີ-ການເມືອງ ແລະ ລະດັບຄວາມຮູ້ຄວາມສາມາດ, ພ້ອມທັງເອົາໃຈໃສ່ການປະຕິບັດນະໂຍບາຍຕໍ່ພະນັກງານໃຫ້ໄປຕາມແນວທາງນະໂຍບາຍລວມຂອງພັກ. ພ້ອມນີ້, ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ມີການແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນ, ແຕ່ລະສະຫາຍຕ້ອງເປັນແບບຢ່າງ, ມີຄວາມເສຍສະຫຼະຫຼາຍຂຶ້ນຕື່ມ ເພື່ອພ້ອມກັນນຳພາ-ຊີ້ນຳ ວຽກງານຈັດຕັ້ງ-ພະນັກງານ ໃຫ້ມີໝາກມີຜົນໃໝ່ຫຼາຍຂຶ້ນ.
ບກ: ອຸດອນ
ຂ່າວ: ວັນນາ
ພາບ: ເຢ້ ຢ່າ