ໃນວັນທີ່ 23 ກັນຍາ 2025 ນີ້, ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ສໍາເລັດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນ ຄັ້ງທີ VI ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນດີ ຈັນສົມບັດ ກຳມະການຄະນະພັກ ເລຂາໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຮອງປະທານ ສນຊ, ມີບັນດາສະຫາຍເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄູ່ຮ່ວມງານ; ສະມາຊິກພັກປະຕິວັດອາວຸໂສບຳນານ; ບັນດາສະຫາຍສະມາຊິກພັກກົມ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ V ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງສາຍເຫດ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ທິດທາງໜ້າທີ່ ແລະແຜນວຽກຈຸດສຸມໄລຍະ 2026-2030 ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະນະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສະໄໝທີ V ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດ ໃໝ່ໂດຍມີຜູ້ລົງສະໝັກຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມຊຸດໃໝ່ ຈຳນວນ 3 ສະຫາຍ ຄື: ສະຫາຍ ວັນດີ ຈັນສົມບັດ ເປັນເລຂາໜ່ວຍພັກ, ສະຫາຍ ສົມປະສົງ ກຸນລາວົງ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ, ສະຫາຍ ສຸດໃຈ ລາດຊະວົງ ເປັນກຳມະການໜ່ວຍພັກ;

ໂອກາດນີ້, ສະຫາຍ ຮອງເລຂາຄະນະພັກ ສນຊ ຮອງປະທານ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້ ໄດ້ເນັ້ນກ່ຽວກັບທິດທາງແຜນການ ເຊິ່ງມີບາງເນື້ອໃນວ່າ: 1) ຕ້ອງກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ ແລະ ຫັນເປັນແຜນລະອຽດ ໂດຍສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໂດຍສຸມໃສ່ຄົ້ນຄວ້າເຊື່ອມຊືມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງແນວລາວສ້າງຊາດ, ມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ສນຊ ໃຫ້ປະກົດຜົນເປັນຈິງ. 2) ຍົກສູງຄວາມສາມາດການນໍາພາ ຂອງໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມໃຫ້ສູງຂຶ້ນ, ຄະນະພັກ, ສະມາຊິກພັກຕ້ອງຄົ້ນຄວ້າຮໍ່າຮຽນຍົກລະດັບຕົນເອງທາງດ້ານທິດສະດີການເມືອງ, ດ້ານວິຊາສະເພາະ, ດ້ານເຕັກໂນໂລຊີ ແລະ ພາສາຕ່າງປະເທດໃຫ້ສູງຂຶ້ນ ເພື່ອສາມາດເຮັດສໍາເລັດໜ້າທີ່ ແລະ ມີປະສິດຕິຜົນສູງຂຶ້ນເທື່ອລະກ້າວ. 3) ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງກົມຊັ້ນຄົນ-ການຈັດຕັ້ງສັງຄົມ ຕ້ອງຕິດພັນກັບການຈັດ ຕັ້ງປະຕິບັດ 4 ເສີມສ້າງ; 4 ການຫັນປ່ຽນສູ່ລວງເລິກ ໃຫ້ເປັນຮູບປະທໍາ ແນໃສ່ເສີມສ້າງຄວາມສາມັກຄີບັນດາຊັ້ນຄົນ, ບັນດາການຈັດຕັ້ງສັງຄົມໃຫ້ໜັກແໜ້ນ. 4) ປັບປຸງກົນໄກການປະສານກັບບັນດາການຈັດຕັ້ງພາຍໃນ ສນຊ ,ກັບບັນດາກະຊວງ-ອົງການ ແລະ ທ້ອງ ຖິ່ນ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍມະຕິ, ຄໍາສັ່ງ, ລະບຽບກົດໝາຍ ກ່ຽວກັບວຽກງານຊັ້ນຄົນ ແລະ ວຽກງານການຈັດຕັ້ງສັງຄົມ ໃຫ້ເຂົ້າສູ່ຕົວຈິງ ແລະ ມີຜົນສໍາເລັດເປັນຢ່າງດີ. 5)ນໍາພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ຖືກຕ້ອງ, ມີຂະ ບວນການຕົວຈິງ ຕິດພັນກັບການຈັດຕັ້ງປະຕິບັດ ຄໍໍາຂວັນ ຂອງແຕ່ລະອົງການ ແລະເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ ຂົງເຂດແນວລາວສ້າງຊາດ, ຜ່ານຂະບວນການດັ່ງກ່າວ ຄັດເລືອກໃຫ້ໄດ້ວຽກດີຄົນເດັ່ນ ແລະ ຕົວແບບດ້ານຕ່າງໆ. 6) ສ້າງແຜນກໍ່ສ້າງ ແລະ ບໍາລຸງຍົກລະດັບ ໃຫ້ກົງຈັກ ແລະ ພະນັກງານພາຍໃນກົມຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ, ທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ແລະ ນໍາຜົນປະໂຫຍດມາສູ່ປະຊາຊົນຊັ້ນຄົນຕ່າງໆ.
ພ້ອມກັນນັ້ນ ສະຫາຍຍັງໄດ້ເນັ້ນຕື່ມຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະໜ່ວຍພັກຊຸດໃໝ່ ໃຫ້ເອົາໃຈໃສ່: 1) ສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງນີ້ ໂດຍ ຫັນເປັນແຜນການ,ແຜນງານ,ໂຄງການ ແລະ ມອບໝາຍຄວາມຮັບຜິດຊອບຈັດຕັ້ງປະຕິບັດ ໃຫ້ລະອຽດຈະແຈ້ງ ແລະ ປະກົດຜົນເປັນຈິງ. 2) ຕ້ອງເຮັດທຸກສິ່ງທຸກຢ່າງ ເພື່ອພາລະກິດລວມຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອດີເດັ່ນ ຂອງແນວລາວສ້າງຊາດ; ບັນດາສະຫາຍໃນຄະນະພັກ, ສະຫາຍໃດຖືກມອບໝາຍໜ້າທີ່ອັນໃດ ກໍ່ຕ້ອງຕັ້ງໜ້າປະຕິບັດໃຫ້ດີ, ເຮັດສຸດຄວາມສາມາດ ແລະ ສະຕິປັນຍາຂອງຕົນ (ມູນເຊື້ອແນວລາວສ້າງຊາດ ແມ່ນການເສຍ ສະຫຼະ ເພື່ອຜົນປະໂຫຍດສ່ວນລວມ).3) ຕ້ອງຢຶດໝັ້ນ ແລະ ປະຕິບັດລະບອບແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ຂອງພັກເຮົາໃຫ້ຖືກຕ້ອງ, ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ ແລະ ຜົນເສຍໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິບັດມະຕິ, ຄໍາສັ່ງ ຂອງຄະນະພັກຂັ້ນເທິງ; ຕ້ອງເດັດຂາດແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ໜ່ວຍພັກ ໃຫ້ທັນການ,ທັນເວລາ; ຕ້ານບັນຫາສໍ້ລາດບັງຫຼວງ, ການເຊື່ອມຄຸນປ່ຽນທາດຂອງພະນັກງານສະມາ ຊິກພັກ.4) ຖືສໍາຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 3 ພາລະບົດບາດແຫ່ງການເປັນໃຈກາງໃຫ້ຖືກຕ້ອງ (ໃຈກາງແຫ່ງການເຕົ້າ ໂຮມຄວາມສາມັກຄີ, ໃຈກາງແຫ່ງສະຕິປັນຍາ ແລະ ໃຈກາງແຫ່ງຄວາມເປັນແບບຢ່າງ). 5) ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເປັນປົກກະຕິ ແລະ ເຂັ້ມງວດ ຕາມທິດປາບພະຍາດກູ້ເອົາຄົນ ແລະ ສົ່ງເສີມໄດ້ດ້ານທີ່ຕັ້ງໜ້າ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ທັນການ,ທັນເວລາ ແລະ ສ້າງໄດ້ວຽກດີຄົນເດັ່ນ ຢູ່ໃນແຕ່ລະບ່ອນ. 6) ວຽກງານຮີບດ່ວນຂອງຄະນະໜ່ວຍພັກສະໄໝທີ VI ແມ່ນກະກຽມ ແລະ ດຳເນີນກອງປະຊຸມຄົບຄະນະ ສະໄໝສາມັນເທື່ອທີ 2 ຂອງຄະນະໜ່ວຍພັກ ໃຫ້ຖືຕ້ອງຕາມກົດລະບຽບຂອງພັກ.
ບກ: ພ.ບຸບຜາ
ຂ່າວ: ລີ
ພາບ: ສຸກສໍາລານ



