ສູນກາງແນວລາວສ້າງຊາດ ໄດ້ຮັບເຂົ້າສານຊ່ວຍເຫຼືອ ມູນຄ່າ 4,050,000,000 ກີບ

ໃນວັນທີ 15 ຕຸລາ 2025 ນີ້ ສູນກາງແນວລາວສ້າງຊາດ ໄດ້ຮັບເຂົ້າສານຊ່ວຍເຫຼືອ  ຈຳນວນ 300 ໂຕ່ນ ລວມເປັນມູນຄ່າທັງໝົດ 4,050,000,000 ກີບ(ສີ່ຕື້ຫ້າສິບລ້ານກີບ) ຈາກອົງການໃຈບຸນສາກົນ ເດເຊເຣັດ, ກ່າວຮັບໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ແລະ ກ່າວມອບໂດຍທ່ານ ຕຽງສັກ ຫົວໜ້າອົງການໃຈບຸນສາກົນເດເຊເຣັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ທ່ານ ຫົວໜ້າອົງການໃຈບຸນສາກົນເດເຊເຣັດ ໄດ້ກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ມາຈາກສະມາຊິກຂອງອົງການ ເພື່ອນຳໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເປັນຕົ້ນແມ່ນແຂວງວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ບໍລິຄຳໄຊ, ຊຽງຂວາງ ແລະ ແຂວງຫົວພັນ ໃຫ້ຖ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ.

ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ອົງການໃຈບຸນເດເຊເຣັດ ທີ່ໄດ້ນຳເອົາເຂົ້າສານມາມອບໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້ ເຊິ່ງປີນີ້ກໍ່ເປັນປີໜຶ່ງທີ່ປະເທດລາວເຮົາໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຢ່າງໜັກໜ່ວງ ເປັນຕົ້ນແມ່ນບັນດາແຂວງພາກເໜືອ ແລະ ພາກກາງ; ການຊ່ວຍເຫຼືອໃນຄັ້ງນີ້ເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການແກ້ໄຂບັນຫາໄພພິບັດຈາກໄພທຳມະຊາດ ໃນປີນີ້ອີກດ້ວຍ.

ຂ່າວ+ພາບ: ເຢ

ບກ: ພ.ພຽງ