ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສະພາສູງ ສະຫະພັນຣັດເຊຍ, ໃນລະຫວ່າງວັນທີ 03-09 ຕຸລາ 2025 ຄະນະຜູ້ແທນຂັ້ນສູງ ຂອງສູນກາງແນວລາວສ້າງຊາດ ນໍາໂດຍທ່ານ ປອ.ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ. ໃນໂອກາດນີ້, ຄະນະຜູ້ແທນຂັ້ນສູງສູນກາງແນວລາວສ້າງຊາດ ໄດ້ພົບປະກັບ ທ່ານ ນິໂກລາຍ ອານເດຼຢີວີຈ ຊູຣາວະລົບ ຮອງປະທານສະພາສູງ ສ.ຣັດເຊຍ, ປະທານກຸ່ມມິດຕະພາບລັດຖະສະພາ ຂອງ ສ.ຣັດເຊຍ ກັບ ສປປ ລາວ ພ້ອມດ້ວຍຄະນະ, ສອງຝ່າຍໄດ້ແຈ້ງສະພາບພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາໃຫ້ກັນຊາບ; ສະພາສູງຣັດເຊຍ ໄດ້ສະແດງທັດສະນະສະໜັບສະໜູນນະໂຍບາຍ ຂອງ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ ແລະຊົມເຊີຍທັດສະນະ ຂອງ ສປປ ລາວ ຕໍ່ບັນຫາທີ່ຕິດພັນກັບຣັດເຊຍ; ໄດ້ຕີລາຄາສູງຕໍ່ບົດບາດ ຂອງແນວລາວສ້າງຊາດ ໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ແລະມີຄວາມພະຍາຍາມສູງໃນການສ້າງເສດຖະກິດ ເປັນເຈົ້າຕົນເອງ ແລະມີຄວາມມຸ້ງຫວັງຈະຮ່ວມມືກັບ ສປປ ລາວໃນຂົງເຂດວຽກງານຕ່າງໆ. ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນ ແລະຕີລາຄາສູງໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ຊື່ງຢູ່ໃນບັນຍາກາດ ທີ່ສອງປະເທດມີຫຼາຍເຫດການສໍາຄັນທາງປະຫວັດສາດ; ໄດ້ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຕໍ່ ສ.ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ. ສອງຝ່າຍຈະສືບຕໍ່ພ້ອມກັນຄົ້ນຄວ້າ ແລະປຶກສາຫາລື ເພື່ອຊອກຊ່ອງທາງໃນການຮ່ວມມືກັນໃນຕໍ່ໜ້າ.
ຈາກນັ້ນ, ຄະນະໄດ້ພົບປະກັບທ່ານ ເວຍຈີສະລາບ ອາເລັກເຊອີວີຈ ໂບຈາຣົບ ຮອງເລຂາທິການຜູ້ທີ 1 ຂອງສະພາສັງຄົມສະຫະພັນຣັດເຊຍ, ໃນໂອກາດນີ້ ສອງຝ່າຍ ໄດ້ຕີລາຄາ, ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ວ່າດ້ວຍການພົວພັນ ແລະການຮ່ວມມືສອງຝ່າຍ ທີ່ໄດ້ລົງນາມຮ່ວມກັນ (ໄລຍະ ປີ 2019-2024), ຊື່ງເຫັນວ່າການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ໄລຍະຜ່ານມາ ແມ່ນຢູ່ໃນສະພາບຄວາມຫຍຸ້ງຍາກຫຼາຍດ້ານ: ຜົນກະທົບຈາກການແຜ່ລະບາດ ຂອງພະຍາດ ໂຄວິດ 19, ຄວາມຫຍຸ້ງຍາກດ້ານສະພາບເສດຖະກິດ-ການເງິນ ອັນໄດ້ສົ່ງຜົນກະທົບທາງກົງ ແລະທາງອ້ອມ ໃນການຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວ. ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ບົດບາດ ຂອງຄະນະກຳມະການສະພາທາງສັງຄົມ ສ.ຣັດເຊຍ ໃນການປະກອບສ່ວນສໍາຄັນເຂົ້າໃນພາລະກິດລວມຂອງປະເທດຣັດເຊຍ, ທັງສອງຝ່າຍມີຈຸດປະສົງຈະສືບຕໍ່ເຊັນບົດບັນທຶກການຮ່ວມມືສອງຝ່າຍ ສະບັບໃໝ່ (ໄລຍະປີ 2024-2029); ເພື່ອໃຫ້ສອດຄ່ອງກັບພາລະບົດບາດຂອງສອງອົງການ, ໄດ້ມອບໃຫ້ວິຊາການສອງຝ່າຍ ສືບຕໍ່ປຶກສາຫາລື ແລະປັບປຸງເນື້ອໃນບົດບັນທຶກຊ່ວຍຈໍາສະບັບໃໝ່ ໂດຍຈະໄດ້ລົງເລິກການຮ່ວມມືດ້ານມະນຸດສະທໍາ ແລະບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ພ້ອມນີ້, ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານວາງສະແດງຮູບພາບ ແລະການເຄື່ອນໄຫວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ຄົບຮອບ 65 ປີ ທີ່ຈັດຂຶ້ນໂດຍສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສ.ລັດເຊຍ ຮ່ວມກັບກະຊວງການຕ່າງປະເທດ ສ.ຣັດເຊຍ; ໄດ້ໄປຢ້ຽມຢາມໂບດໂອໂຕດັອກ ຢູ່ ນະຄອນຫຼວງມົດສະກູ; ໄດ້ໄປຢ້ຽມຊົມພິພິທະພັນໄຊຊະນະຂອງປະຊາຊົນຣັດເຊຍ ທີ່ໄດ້ສະແດງເຖິງວິລະກໍາອັນລໍ້າເລີດ ຂອງກອງທັບແດງ ແລະປະຊາຊົນໂຊວຽດ ໃນການປົກປ້ອງປິຕິພູມ (ປີ 1941-1945); ຢ້ຽມຢາມ ແລະພົບປະພະນັກງານສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສ.ລັດເຊຍ; ໃນການເຄື່ອນໄຫວຢ້ຽມຄັ້ງນີ້ ທ່ານປະທານສູນກາງແນວລາວສ້າງຊາດ ຍັງໄດ້ຕາງໜ້າຄະນະປະຈໍາສູນກາງແນວລາວສ້າງຊາດ ມອບຫຼຽນກາສາມັກຄີ ແລະພັດທະນາແນວລາວສ້າງຊາດ 70 ປີ ໃຫ້ທ່ານຮອງປະທານສະພາສູງ ສ.ຣັດເຊຍ, ທ່ານຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ແລະຄູອາຈານສອນ ຂອງສ.ຣັດເຊຍ ທີ່ມີຜົນງານໃນການສ້າງຊັບພະຍາກອນມະນຸດ ແກ່ ສປປ ລາວ ໃນໄລຍະຜ່ານມາ. ນອກຈາກນັ້ນ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຍັງໄດ້ໄປທັດສະນະສຶກສາ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທໍາສໍາຄັນຈໍານວນໜຶ່ງ ຢູ່ນະຄອນຫຼວງມົດສະກູ ແລະນະຄອນຊັນປີເຕີສະເບິກ ອີກດ້ວຍ.
ຂ່າວ+ພາບ: ພູມາໄລ ແສນຄຳພອນ
ບັນນາທິການ: ປອ. ດາວຽງສັກ ຫວ່າງວິຈິດ; ປທ. ອຸດອນ ບຸດໃບບຸນ




