ທາບທາມບຸກຄະລາກອນທີຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II

ກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ (ຮ່າງ) ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ II ຢູ່ສູນກາງແນວລາວສ້າງຊາດ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາກໍາມະການສູນກາງພັກ, ບັນດາສະຫາຍເລຂາ ຮອງເລຂາ, ຄະນະປະຈໍາພັກ, ກໍາມະການພັກ 7 ພາກສ່ວນ ເຂົ້າຮ່ວມ ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ  ແຂວງວຽງຈັນ ຈຳນວນ 125 ກວ່າສະຫາຍ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ສາຍເຫດ, ບົດຮຽນຖອດຖອນໄດ້ ແລະ ມາດຕະການແກ້ໄຂຈຸດອ່ອນ. ພ້ອມກັນນີ້ຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອນຄໍາຄິດຄໍາເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ ໃສ່ຮ່າງບົດສໍາຫຼວດການນໍາພາລວມດັ່ງກ່າວ ຢ່າງກົງໄປກົງມາຟົດຟືນ; ຈາກນັ້ນ, ປະທານກອງປະຊຸມກໍ່ໄດ້ສັງລວມຄໍາເຫັນ ແລະ ມີທິດຊີ້ນໍາຕໍ່ການປັບປຸງຮ່າງບົດສໍາຫຼວດດັ່ງກ່າວ.

ພ້ອມກັນນັ້ນ, ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ, ເງື່ອນໄຂຄະນະບໍລິຫານງານສູນກາງພັກ ສະໄໝທີ XII  ເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2025. ເພື່ອເປັນບ່ອນອີງໃຫ້ບັນດາຜູ້ແທນເຂົ້າຮ່ວມການທາບທາມ ຄົ້ນຄວ້າ, ເລືອກເຟັ້ນເອົາບຸກຄະລາກອນທີ່ຈະສະໝັກຮັບເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ໃຊ້ສິດປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງຢ່າງຖີຖ້ວນ, ເລິກເຊິ່ງພາວະວິໄສ ຖືກຕ້ອງຕາມລະບຽບຂອງພັກ. ເພື່ອເປັນທິດໃນການຄົ້ນຄວ້າເລືອກເອົາບຸກຄະລາກອນ ແລະ ຮັບປະກັນໄປຕາມທິດທີ່ພັກໄດ້ກໍານົດໄວ້; ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ມີຄໍາເຫັນຊີ້ນໍາໃຫ້ບັນດາສະຫາຍຜູ້ແທນເອົາໃຈໃສ່ໃນການຄົ້ນຄວ້າ, ກໍາແໜ້ນກ່ຽວກັບມາດຕະຖານເງື່ອນໄຂ, ໃຫ້ເບິ່ງມາດຖານເງື່ອນໄຂດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເປັນກົກ, ເລືອກເອົາບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດ; ດ້ານໂຄງປະກອບບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XII ຕ້ອງຄໍານຶງໃຫ້ມີທັງຜູ້ເກົ່າ, ຜູ້ໃໝ່, ຮັບປະກັນໃຫ້ໄດ້ 3 ຮຸ່ນ: (ອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ), ປະກອບດ້ວຍຊົນເຜົ່າ ແລະ ເພດຍິງ ຢ່າງສົມເຫດສົມຜົນ, ໃຫ້ມີບຸກຄົນສູນກາງ ແລະ ທ້ອງຖິ່ນ, ທົ່ວທຸກບ່ອນທຸກຂົງເຂດ. ຄຽງຄູ່ກັນນັ້ນ, ທັດສະນະທີ່ຄວນເອົາໃຈໃສ່ ຕ້ອງຢືນຢູ່ໃນຜົນປະໂຫຍດລວມຂອງຊາດຂອງປະເທດ ແລະ ປະຊາຊົນບັນດາເຜົ່າເປັນຫລັກ, ມີຄວາມເສຍສະລະຮັບໃຊ້ຊາດຮັບໃຊ້ປະຊາຊົນຢ່າງແທ້ຈິງ. ເພື່ອເລືອກເຟັ້ນເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ເປັນການນໍາທີ່ເຂັ້ມແຂງໃນຕໍ່ໜ້າ. ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນປ່ອນບັດຕາມລະບຽບການ.

ຂ່າວ+ພາບ: ຄຳຜາຍ

ບກ: ພ.ບຸບຜາ