ປະທານ ສນຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຄະນະຜູ້ແທນສະມາຄົມມິດຕະພາບລັດເຊຍ-ລາວ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ຊາໂກລິນ ວະລາດີເມຍ ເລໂອນີໂດວິຈ ປະທານສະມາຄົມມິດຕະພາບລັດເຊຍ-ລາວ ພ້ອມດ້ວຍຄະນະ ໃນວັນທີ 30 ຕຸລາ 2025 ທີ່ສຳນັກງານສູນກາງແນວລາວສ້າງຊາດ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມສູນກາງແນວລາວສ້າງຊາດ ຂອງຄະນະໃນຄັ້ງນີ້ ແລະ ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບລັດເຊຍ-ລາວ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນ ຮ່ວມມືມິດຕະພາບຂອງ 2 ປະເທດ ໃຫ້ເຂົ້າສູ່ລວງເລິກ ແລະ ກວ້າງຂວາງເປັນກ້າວໆມາ;  ພ້ອມນີ້, ທ່ານ ປະທານ ສນຊ ໄດ້ປະດັບຫຼຽນກາລະນຶກ 70 ປີຂອງແນວລາວສ້າງຊາດ ໃຫ້ຄະນະຜູ້ແທນຈຳນວນ 3 ທ່ານ. ໂອກາດນີ້, ທ່ານ ປະທານສະມາຄົມມິດຕະພາບລັດເຊຍ-ລາວ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້ຢ່າງອົບອຸ່ນ ພ້ອມທັງໄດ້ກ່າວວ່າສະມາຄົມຈະສືບຕໍ່ປະກອບສ່ວນຈັດຕັ້ງເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນຂອງສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ພ້ອມກັນນີ້, ທັງສອງຝ່າຍໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກຸ່ມບໍລິສັດກຣິດຕະພົງກຼຸບ ກັບ ກຸ່ມບໍລິສັດເອັມເຄ(MK) ເຊິ່ງບົດບັນທຶກການຮ່ວມມືໃນຄັ້ງນີ້ແມ່ນເລີ່ມຈັດຕັ້ງປະຕິບັດແຕ່ ປີ 2025-2028.

ຂ່າວ+ພາບ: ເຢ

ບກ: ພ. ພຽງ