ກອງປະຊຸມປືກສາຫາລືກ່ຽວກັບການສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

     ວັນທີ 13 ພະຈິກ 2025 ນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການກະກຽມສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເປັນປະທານ ຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງລັດຖະມົນຕີ, ຮອງປະທານອົງການທຽບເທົ່າ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໃນກອງປະຊຸມຄະນະຮັບຜິດຊອບ ກະກຽມການສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໄດ້ພ້ອມກັນປືກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ເພື່ອໃຫ້ວຽກງານດັ່ງກ່າວມີຜົນສໍາເລັດຕາມລະດັບຄາດໜາຍທີ່ວາງໄວ້. ເຊິ່ງງານດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 12-13 ທັນວາ 2025 ທີ່ ຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ ຫຼັກ 6 ນະຄອນຫຼວງວຽງຈັນ.
ບກ. ໄພຈິດ
ພາບ-ຂ່າວ: ຫຼ້າ