ໃນວັນທີ 19 ພະຈິກ 2025 ນີ້, ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສູນກາງແນວລາວສ້າງຊາດ (ສນຊ)ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງສະຫາຍ ຈ້ຽວຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ທີ່ ສນຊ.
ໃນໂອກາດນີ້, ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ໃນຄັ້ງນີ້, ພ້ອມທັງແຈ້ງບາງສະພາບ, ວຽກງານທີ່ພັກ,ລັດ ແລະ ສນຊ ຫາກໍສໍາເລັດຜ່ານມາ ຊຶ່ງຜົນງານລ້ວນແຕ່ຕິດພັນກັບຄວາມສາມັກພິເສດລາວ-ຫວຽດນາມ, ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະສ້າງສາ ພັດທະນາປະເທດຊາດ, ຊຶ່ງຍາມໃດສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍໄດ້ຄຽງບ່າຄຽງໄຫຼ່ກັນບໍ່ສາມາດຕັດແຍກອອກຈາກກັນໄດ້, ສິ່ງສໍາຄັນແມ່ນມະຫາສາມັກຄີ,ກ້ອນກໍາລັງແຮງຂອງມະຫາຊົນເຂົ້າຮ່ວມຂົງເຂດໂຄສະນາສຶກສາຂົນຂວາຍປະຊາຊົນ ແລະ ແນວໂຮມໄດ້ເຮັດວຽກຢ່າງຕັ້ງໜ້າລົງເຖິງຮາກຖານການເມືອງຢ່າງແທ້ຈິງ. ສະຫາຍ ຮອງປະທານ ສນຊ ຍັງໄດ້ລາຍງານວຽກຈຸດສຸມໃນຕໍ່ໜ້າ ໃຫ້ຄະນະຜູ້ແທນໄດ້ຮັບຊາບ ໂດຍສະເພາະການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທັງສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈ ຕໍ່ພັກ,ລັດຖະບານ ແລະປະຊາຊົນຫວຽດນາມອ້າຍນ້ອງກໍຄືຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພັກກອມມູນິດຫວຽດນາມ ທີ່ໄດ້ສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ.ສະເພາະ 2021-2025 ໄດ້ຊ່ວຍສ້າງບຸກຄະລາກອນໂດຍເຊື້ອເຊີນພະນັກງານແນວລາວສ້າງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນໄປຝຶກອົບຮົມ ແລະ ເຂົ້າຮ່ວມກອງປະຊຸມໃນຫົວຂໍ້ຕ່າງໆ ພ້ອມກັນນີ້, ທ່ານຍັງໄດ້ລາຍງານແຜນການຈະໄປຖອດຖອນບົດຮຽນ
ແລະ ການຮ່ວມມືໃນຕໍ່ໜ້າ. ພ້ອມນັ້ນ, ສະເໜີໃຫ້ສືບຕໍ່ການຮ່ວມມື ໄລຍະປີ 2026-2030 ຕື່ມອີກ.
ສະຫາຍ ຈ້ຽວ ຕ່າຍ ວິງ ໄດ້ກ່າວສະແດງຄວາມຂອບໃຈນໍາສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງເຫັນດີເປັນເອກະພາບຕໍ່ການລາຍງານນັ້ນ. ພ້ອມຈະສືບຕໍ່ໃຫ້ການສະໜັບສະໜູນພົວພັນຮ່ວມມື ແລະ ຊ່ວຍເຫຼືອໃນວຽກງານຕ່າງໆໃນຕໍ່ໜ້າ.
ບກ: ພ.ບຸບຜາ
ຂ່າວ+ພາບ: ລີ



