ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມພົບປະ ເລຂາຄະນະພັກ ແລະ ປະທານບໍລິສັດ ການລົງທຶນ ແຂວງ ກວາງຊີ ກຣຸບຈໍາກັດ

      ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ZHOU LIAN, ເລຂາຄະນະພັກ ແລະ ປະທານບໍລິສັດການລົງທຶນ ແຂວງ ກວາງຊີ ກຣຸບຈໍາກັດ ພ້ອມດ້ວຍຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ, ໃນວັນທີ 20 ພະຈິກ 2025.
ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ຂອງບໍລິສັດຢູ່ ສປປ ຈີນ ທີ່ມີຜົນສໍາເລັດຢ່າງສູງ ເຊິ່ງເປັນການປະກອບສ່ວນເສີ່ມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ການລົງທຶນ ແຂວງ ກວາງຊີ ກຣຸບຈໍາກັດໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ;
ພ້ອມນີ້, ທ່ານ ZHOU LIAN ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານສູນກາງແນວລາວສ້າງຊາດ ເຊິ່ງສະແດງເຖິງຄວາມເອົາໃຈໃສ່ຕໍ່ການພົວພັນຮ່ວມມືອັນດີງາມ ຂອງສອງປະເທດ ລາວ-ຈີນ; ພ້ອມທັງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ບໍ ລິສັດການລົງທຶນ ແຂວງກວາງຊີ ກຣຸບຈໍາກັດ ໃຫ້ປະທານ ສນຊ ຮັບຊາບ ເຊິ່ງໄດ້ດໍາເນີນກິດຈະ ການພັດທະນາໂຄງການ ກ່ຽວກັບພະລັງງານສະອາດ, ອາລູມີນຽມສີຂຽວ ດ້ວຍລະບົບເອໄອ; ບໍລິສັດດັ່ງກ່າວແມ່ນເປັນ 1 ໃນ 500 ແຫ່ງວິສະຫະກິດໃຫຍ່ຂອງໂລກ, ນອນໃນອັນດັບ 123 ໃນ 500 ແຫ່ງວິສາຫະກິດໃຫຍ່ຂອງຈີນ ແລະ ເປັນ ອັນດັບ 1 ໃນ 100 ແຫ່ງວິສາຫະກິດໃຫຍ່ຂອງກວາງຊີ; ໃນນີ້, ຍັງໄດ້ລາຍງານກ່ຽວກັບຈຸດປະສົງ ແລະ ແຜນການຮ່ວມມືໃນໂຄງການກ້າວເຂົ້າສູ່ຍຸກໃໝ່ແຫ່ງການຮ່ວມມື ຂອບຄູ່ຮ່ວມຊາຕາກຳ ຈີນ-ລາວ ດ້ວຍ AI+ພະລັງງານສະອາດ+ອາລູມີນຽມ ສີຂຽວ ທີ່ຈະມາລົງທຶນໃນຕໍ່ໜ້າ ຢູ່ແຂວງພາກເໜືອຂອງ ສປປ ລາວ ໃຫ້ຮັບຊາບຕື່ມອີກ.
ບກ: ຈິດຕະພົງ
ພາບ-ຂ່າວ: ຫຼ້າ