ພົບປະສອງຝ່າຍ ລະຫວ່າງສູນກາງແນວລາວສ້າງຊາດ ກັບສະພາທີ່ປຶກສາການເມືອງທົ່ວປະເທດຈີນ

ເນື່ອງໃນໂອກາດທີ່ຄະນະທີ່ປຶກສາການເມືອງທົ່ວປະເທດຈີນ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຄະນະໄດ້ເຂົ້າພົບປະສອງຝ່າຍກັບສູນກາງແນວລາວສ້າງຊາດ ຝ່າຍຈີນນຳໂດຍ ທ່ານ ຫວາງ ຮູໜິງ ຄະນະປະຈຳກຳມະການກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ຝ່ານລາວນຳໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳຂອງທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 1 ທັນວາ 2025 ນີ້ ທີ່ສູນກາງແນວລາວສ້າງຊາດ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ພ້ອມທັງໃຫ້ກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຂອງທ່ານ ຫວາງ ຮູໜິງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງໄດ້ເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຂອງສອງປະເທດ ລາວ-ຈີນ, ຈີນ-ລາວ ເຂົ້າສູ່ລວງເລິກ, ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກໃຫ້ເຫັນພາລະບົດບາດ, ສິດ, ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ໃຫ້ຄະນະໄດ້ຮັບຊາບ ຕື່ມອີກ;

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນໄລຍະຜ່ານມາໂດຍຫຍໍ້ໃຫ້ຝ່າຍລາວ ໄດ້ຮັບຊາບ.

ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ຕີລາຄາຄືນຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບບາງວຽກງານທີ່ຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ຕື່ມອີກ.

ຂ່າວ+ພາບ: ເຢ+ລີ

ບກ: ພ.ບຸບຜາ