ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະພາແຫ່ງຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ເປັນກຽດປາຖະກະຖາ ໂດຍ ທ່ານ ຈະເລີນ ເຍ່ຍປາວເຮີ່ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມ ມີ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ມີການນຳ, ອາດີດການນຳ ພ້ອມດ້ວຍສະມາຊິກພັກ-ພະນັກງານຈາກບັນດາກະຊວງ-ອົງການ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ໃນວັນທີ 8 ທັນວາ 2025.

ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ຫວນຄືນເຫດການປະຫວັດສາດທີ່ສຳຄັນຂອງຊາດລາວ ໃນແຕ່ລະໄລຍະໂດຍຫຍໍ້ ເປັນຕົ້ນ: ຂະບວນການຕໍ່ສູ້ຕ້ານສັດຕູ້ຜູ້ຮຸກຮານກ່ອນປະເທດຊາດຈະມີພັກນຳພາ, ຂະບວນການຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄລຍະທີ່ມີພັກນຳພາ ເຊິ່ງສາມາດຍາດໄດ້ໄຊຊະນະຢ່າງສົມບູນໃນການປະຕິວັດຊາດປະຊາທິປະໄຕຢູ່ປະເທດເຮົາ. ພ້ອມກັນນີ້, ທ່ານ ໄດ້ຫວນຄືນປະຫວັດຄວາມເປັນມາແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ ຕະຫຼອດໄລຍະ 50 ປີຜ່ານມາວ່າ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ຄັ້ງປະຫວັດສາດອັນຍິ່ງໃຫຍ່ໄດ້ເປີດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 1-2 ທັນວາ 1975 ເຊິ່ງມີຜູ້ແທນເຂົ້າຮ່ວມ 260 ທ່ານ, ມີສະມາຊິກສະພາປະຊາຊົນສູງສຸດ ທັງໝົດ 45 ທ່ານ, ຍິງ 4 ທ່ານ ແລະ ໄດ້ເລືອກຕັ້ງ ທ່ານ ປະທານ ສຸພານຸວົງ ເປັນປະທານສະພາປະຊາຊົນສູງສຸດ, ກອງປະຊຸມໄດ້ປະກາດລົບລ້າງລະບອບສັກດິນນາ ແລະ ລ່າເມືອງຂຶ້ນແບບໃໝ່ຢ່າງສີ້ນເຊິງ, ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຂຶ້ນຢ່າງສະຫງ່າອົງອາດ, ໄຂສັງກາດໃໝ່, ສັງກາດແຫ່ງເອກະລາດໃຫ້ແກ່ປະເທດຊາດ ແລະ ອິດສະຫຼະພາບໃຫ້ແກ່ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງຈົນເທົ່າທຸກມື້ນີ້.

ຕະຫຼອດໄລຍະ 50 ປີຜ່ານມາ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມໃຫ່ຜູ້ແທນທົ່ວປະເທດ ຂຶ້ນທັງໝົດ 9 ຄັ້ງ ແລະ ຜ່ານສອງຊື່ເອີ້ນຄື: ຄັ້ງທີ 1-2 ແມ່ນ ເອີ້ນວ່າສະພາປະຊາຊົນສູງສຸດ ແລະ ຄັ້ງທີ 3-9 ເອີ້ນວ່າສະພາແຫ່ງຊາດ; ໄດ້ສໍາເລັດການສ້າງ, ປັບປຸງລັດຖະທໍາມະນູນ ແລະ ກົດໝາຍໃນຂົງເຂດວຽກງານຕ່າງໆ ຈຳນວນຫຼາຍສະບັບ ໃຫ້ແທດເໝາະກັບແຕ່ລະໄລຍະ. ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ, ມີພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ, ກົດໝາຍຂອງບັນດາອົງການລັດ.
ໂອກາດນີ້, ທ່ານ ຍັງໄດ້ນຳສະເໜີບາງບັນຫາທີ່ສຳຄັນການກະກຽມຄວາມພ້ອມຮອບດ້ານໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ໃຫ້ຮັບຊາບຕື່ມອີກ.
ຂ່າວ+ພາບ: ເຢ
ບກ: ພ.ພຽງ



