ຄະນະຜູ້ແທນຂັ້ນສູງຂອງ ສນຊ ເຂົ້າພົບປະຢ້ຽມຢາມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ.

ໃນວັນທີ 5 ທັນວາ 2025 ນີ້, ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ຈິ້ງ ວັນ ກວຽດ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ທີ່ຮ່າໂນ້ຍ ສສ ຫວຽດນາມ.
ໃນໂອກາດນີ້, ສະຫາຍ ຈິ້ງ ວັນ ກວຽດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງດໍາເນີນໄປໃນ ທ່າມກາງບັນຍາກາດທີ່ສອງປະເທດ ລາວ-ຫວຽດນາມ ພວມສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍ, ຢູ່ ສປປລາວ ກໍ່ສໍາເລັດການສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ; ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ລົງນາມຈັດຕັ້ງປະຕິບັດບົດບັນທຶການຮ່ວມມື ໄລຍະປີ 2021-2025 ແລະເພື່ອກະກຽມຕີລາຄາປະເມີນຄືນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.
ໃນໂອກາດນີ້, ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍ ຈິ້ງວັນກັຽດ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ແລະ ເຫັນດີເປັນເອກະພາບຕໍ່ຄໍາເຫັນການລາຍງານ ມພ້ອມກັນນີ້, ຍັງໄດ້ແຈ້ງ ຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນຄັ້ງນີ້, ເພື່ອເປັນການຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງສອງອົງການຂອງພວກເຮົາ ຊຶ່ງຍາມໃດສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍໄດ້ຄຽງບ່າຄຽງໄຫຼ່ກັນບໍ່ສາມາດຕັດແຍກອອກຈາກກັນໄດ້, ສິ່ງສໍາຄັນແມ່ນມະຫາສາມັກຄີ,ກ້ອນກໍາລັງແຮງຂອງມະຫາຊົນເຂົ້າຮ່ວມຂົງເຂດໂຄສະນາສຶກສາຂົນຂວາຍປະຊາຊົນ ແລະ ແນວໂຮມໄດ້ເຮັດວຽກຢ່າງຕັ້ງໜ້າລົງເຖິງຮາກຖານການເມືອງຢ່າງແທ້ຈິງ.
ສະຫາຍ ຮອງປະທານ ສນຊ ຍັງໄດ້ລາຍງານວຽກຈຸດສຸມໃນຕໍ່ໜ້າ ໃຫ້ ສະຫາຍ ຈິ້ງ ວັນ ກວຽດ
ໄດ້ຮັບຊາບ ໂດຍສະເພາະ ສປປ ລາວ ຫາກໍ່ສໍາເລັດການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ ແລະ ກໍາລັງກະກຽມການສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທັງສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈ ຕໍ່ພັກ,ລັດຖະບານ ແລະປະຊາຊົນຫວຽດນາມອ້າຍນ້ອງກໍຄືຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພັກກອມມູນິດຫວຽດນາມ ທີ່ໄດ້ສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ ຳໂດຍສະເພາະວຽກງານທີ່ພົ້ນເດັ່ນໃນໄລຍະ 2021-2025 ສສ ຫວຽດນາມໄດ້ຊ່ວຍສ້າງບຸກຄະລາກອນໂດຍເຊື້ອເຊີນພະນັກງານແນວລາວສ້າງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຝຶກອົບຮົມ ແລະ ເຂົ້າຮ່ວມກອງປະຊຸມໃນຫົວຂໍ້ຕ່າງໆ ພ້ອມກັນນີ້, ສອງຝ່າຍຍັງໄດ້ຈະໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ກະກຽມແຜນການການຮ່ວມມືໃນຕໍ່ໜ້າ.
ບກ: ພ.ບຸບຜາ
ຂ່າວ-ພາບ: ລີ