ທ່ານ ນາງ ບົວວຽງ ເພັດທະລານຄໍາ ກໍາມະການສູນກາງແນວລາວສ້າງຊາດ(ສນຊ)

ປະທານບໍລິສັດເພັດບັນດິດອອກແບບ ແລະກໍ່ສ້າງຈໍາກັດ ຕາງໜ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ ປະກອບຄໍາເຫັນ ກ່ຽວກັບການປະກອບສ່ວນເຄື່ອນໄຫວວຽກງານສາສະໜາ ໜຶ່ງປີຜ່ານມາ ແລະ ບາງທິດທາງຕໍ່ໜ້າ ຕໍ່ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ XI ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 24 ທັນວາ 2025.