ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ກ່າວປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI ເຊິ່ງເປັນທ້າຍສະໄໝນັ້ນ; ທ່ານປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ມີຄວາມເປັນຫ່ວງເປັນໃຍຕໍວຽກງານແນວໂຮມ ໂດຍທ່ານໄດ້ເນັ້ນໜັກບາງຈິດໃຈຕໍ່ບັນດາທ່ານກໍາມະການ ສນຊ ແລະ ແຂກຖືກເຊີນ ໃນການນໍາເອົາຜົນສໍາເລັດກອງປະຊຸມຄັ້ງນີ້ໄປໝູນໃຊ້ ໃນການຈັດຕັ້ງປະຕິບັດໜ້າທີ່ແນວໂຮມຂອງແຕ່ລະທ່ານ ແລະ ແຕ່ລະອົງການ ໂດຍສະເພາະແນວລາວສ້າງຊາດທຸກຂັ້ນວ່າ:

ໜຶ່ງ: ພວກເຮົາຈົ່ງພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິຕ່າງໆຂອງສູນກາງພັກ ເປັນຕົ້ນແມ່ນ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 11 ແລະ 12 ທີ່ຈະມາເຖິງ ໃນສະໄໝທີ XI, ຄາດໝາຍ ແລະ ມາດຕະການແນວໃດນັ້ນ, ສະເໜີໃຫ້ກຳມະການ ສນຊ ທຸກທ່ານ, ການຈັດຕັ້ງທຸກຂັ້ນ ນຳໄປຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ຂອງຕົນໃຫ້ບັນລຸຜົນເປັນຢ່າງດີ, ສອງ: ເອົາມະຕິກອງປະຊຸມຄັ້ງນີ້ ແລະ ມະຕິອື່ນໆຂອງ ສນຊ ນໍາໄປປະຕິບັດໃຫ້ເກີດດອກອອກຜົນ, ສ້າງເປັນແຜນວຽກ ແຜນງານຂອງຄະນະກໍາມະການ ສນຊ ແຕ່ລະຂັ້ນ, ພິເສດແມ່ນພ້ອມກັນກະກຽມ ກອງປະຊຸຸມໃຫຍ່ຄັ້ງທີ XII ຂອງພວກເຮົາໃຫ້ໄດ້ດໍາເນີນຕາມແຜນການກໍານົດໄວ້, ສາມ: ສືບຕໍ່ປັບປຸງແບບແຜນ-ວິທີເຮັດວຽກຂອງຄະນະກໍາມະການ ສນຊ ທຸກຂັ້ນ, ກຳມະການ ສນຊ ທຸກທ່ານຕ້ອງເປັນເຈົ້າການຜັນຂະຫຍາຍ 4 ເສີມສ້າງ (ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ) ບົນຈິດໃຈ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນ 9 ຂໍ້ແຂ່ງຂັນຂອງອົງການແນວລາວສ້າງຊາດຕາມຂໍ້ຕົກລົງເລກທີ 388/ຄປຈ, ອອກແຮງປຸກລະດົມຂົນຂວາຍປະຊາຊົນ, ພະຍາຍາມລົງຫາປະຊາຊົນ, ເອົາໃຈໃສ່ປະຊາຊົນ ແລະ ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນບ່ອນຕົນເອງຢູ່, ສີ່: ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນແບບຢ່າງຂອງກໍາມະການແນວລາວສ້າງຊາດທຸກຂັ້ນທຸກທ່ານໃຫ້ສູງກວ່າເວລາໃດໝົດ, ເພື່ອເຮັດແນວໃດໃນພື້ນທີ່ຕົນຮັບຜິດຊອບຕ້ອງເສີມສ້າງຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນໃນໝູ່ປະຊາຊົນ, ເສີມສ້າງຄຸນງາມຄວາມດີໃຫ້ປະກົດເດັ່ນ, ເສີມສ້າງຄຸນວຸດທິ, ເຮັດໃຫ້ເກີດມີຫົວຄິດປະດິດສ້າງ, ລວມທັງພຶດຕິກໍາ ແລະ ການບູລະນະ ນະໂຍບາຍໃນຂົງເຂດແນວໂຮມໃຫ້ຈະແຈ້ງ ເຮັດໃຫ້ກົມກອງທ້ອງຖິ່ນຂອງຕົນມີໃບໜ້າໃໝ່; ຈົ່ງພ້ອມກັນເສີມສ້າງໃຫ້ໄດ້ຄຸນນະທໍາ, ອະລິຍະທໍາ, ຄວາມທ່ຽງທໍາ ໃນການເຄື່ອນໄຫວ ໂດຍສະເພາະທຸກສາສະໜາ ເພືອ່ໃຫ້ສາສະນິກະຊົນ, ປະຊາຊົນ ໄດ້ມີສັດທາ ແລະ ເປັນທີ່ເພິ່ງທາງດ້ານຈິດໃຈໃຫ້ດີຕາມຫລັກທໍາຄໍາສອນ.


