


ເພື່ອເປັນການສັນລະເສີນດ້ານຈິດໃຈ ໃຫ້ການນໍາ ແລະ ພະນັກງານຫຼັກແຫຼ່ງ ທັງອະດີດ ແລະ ຍັງປະຈໍາການ ໃນການປະກອບສ່ວນເສຍສະຫຼະເຫື່ອແຮງ ສະຕິປັນຍາ ແລະ ວັດຖຸປັດໄຈຕ່າງໆ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີຜ່ານມາ(2 ທັນວາ 1975-2 ທັນວາ 2025) ແລະ ຖືເອົາໂອກາດການສະເຫຼີມສະຫຼອງສາມວັນປະຫວັດສາດຂອງພັກຂອງຊາດ ໃນປີ 2025 ເປັນການປະດັບຫຼຽນກາລະນຶກໃນຂອບເຂດທົ່ວປະເທດ.
ສະນັ້ນ ຢູ່ສູນກາງແນວລາຍວສ້າງຊາດ(ສນຊ) ຈິ່ງໄດ້ຈັດພິທີປະດັບຫຼຽນດັ່ງກ່າວຂຶ້ນທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 25 ທັນວາ 2025 ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສນຊ ໃຫ້ກຽດເຂົ້າຮ່ວມ, ພ້ອມນີ້ຍັງມີບັນດາທ່ານຮອງປະທານ, ຄະນະກົມ-ຫ້ອງການ-ສູນຄົ້ນຄ້ວາ, ພະນັກງານຫຼັກແຫຼ່ງ ທັງອະດີດ ແລະ ຍັງປະຈໍາການ ພ້ອມດ້ວຍກໍາມະການ ສນຊ ເຂົ້າຮ່ວມ.

ໃນພິທີ ທ່ານ ສຸລິປັນຍາ ລາຊສົມບັດ ຫົວໜ້າກົມຈັດຕັ້ງ-ພະນັກງານ ສນຊ ໄດ້ຂຶ້ນອ່ານບັນຊີລາຍຊື່ບັນດາທ່ານ ທີ່ໄດ້ຮັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ສະບັບເລກທີ.176/ກຈຕ ລົງວັນທີ 23 ພະຈິກ 2025 ເຊິ່ງມີຜູ້ໄດ້ຮັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ຈໍານວນ 109 ທ່ານ, ໃນພິທີດັ່ງກ່າວຍັງໄດ້ປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ບັນດາທ່ານກໍາມະການ ສນຊ ຕາມຂໍ້ຕົກລົງ ສະບັບເລກທີ 139/ສນຊ ລົງວັນທີ 24/12/2025 ແລະ ບໍລິສັດ ກຮິຕະພົງ ກຣຸບ ຈໍາກັດ ຕາມຂໍ້ຕົກລົງຂອງສູນກາງແນວລາວສ້າງຊາດ ສະບັບເລກທີ 141/ ສນຊ ລົງວັນທີ 24 ທັນວາ 2025 ແລະ ບໍລິສັດ ລາວທຽນ ພັດທະນາຈໍາການ ຕາມຂໍ້ຕົກລົງຂອງແນວລາວສ້າງຊາດ ສະບັບເລກທີ 140/ສນຊ ລົງວັນທີ 24/12/2025 ລວມທັງໝົດ 19 ທ່ານ ທີ່ໄດ້ມີຜົນງານ ແລະ ຄຸນງານຄວາມດີປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດຕະຫຼອດໄລຍະຜ່ານມາ.



