ກອງປະຊຸມໃຫຍ່ ຄັ້ງທີ XIII ຜູ້ແທນແນວລາວສ້າງຊາດ ແຂວງຈຳປາສັກ ໄດ້ໄຂຂຶ້ນ ພາຍໃຕ້ການເປັນປະທານໂດຍທ່ານ ນາງ ວາດສະໜາ ສິລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ, ທ່ານ ປອ. ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານການນຳແຂວງ, ພະນັກງານອາວຸໂສບຳ ນານ-ບຳນານ, ບັນດາທ່ານຄະນະກຳມະການແນວລາວສ້າງຊາດແຂວງ, ແຂກຖືກເຊີນຈາກແຂວງສາ ລະວັນ, ເຊກອງ, ອັດຕະປື, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ ທີ່ສະໂມສອນຫຼັກ 4, ໃນວັນທີ 29 ທັນວາ 2025;
ທ່ານ ນາງ ວາດສະໜາ ສິລິມາ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງກອງປະຊຸມດັ່ງກ່າວ; ພ້ອມທັງກ່າວວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະກໍາມະການແນວລາວສ້າງຊາດແຂວງຈຳປະສັກ ໄດ້ພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ໄດ້ເຮັດໃຫ້ແຂວງຈຳປາສັກ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະກໍາມະການແນວລາວສ້າງຊາດແຂວງ ໃນໄລຍະ 5 ປີທີ່ຜ່ານມາ ແລະ ທິດທາງແຜນການ 2026-2030, ໜ້າທີ່ສຳຄັນອີກອັນໜຶ່ງ ແມ່ນຈະໄດ້ເປັນເອກະສັນກັນຮັບຮອງເອົາຄະ ນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ ເພື່ອນໍາພາເຕົ້າໂຮມຄວາມສາມັກຄີປອງດອງປະຊາ ຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດກ້າວເດີນສູ່ສັງຄົມນິຍົມທີ່ພັກວາງໄວ້; ໃນນີ້; ໃນກອງປະຊຸມໄດ້ຮັບຟັງການ ມີຄຳເຫັນ ຂອງທ່ານ ປອ ອາລຸນໄຊ ສູນນະລາດ ຕື່ມອີກ
ຂ່າວ: ແນວລາວສ້າງຊາດ ແຂວງຈຳປາສັກ



