ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແນວລາວສ້າງຊາດແຂວງວຽງຈັນ

     ກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນແນວລາວສ້າງຊາດແຂວງວຽງຈັນ ໄດ້ອັດລົງ ໃນວັນທີ 30 ທັນວາ 2025 ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 1 ວັນເຕັມ ໂດຍການເປັນປະທານຂອງທ່ານ ເທບພະໄທ ແກ້ວເຂັມເພັດ ປະທານແນວລາວສ້າງຊາດແຂວງວຽງຈັນ ໂດຍມີ ພະເຖລະນຸເຖລະ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ ແລະ ປະທານຄະນະກຳມະການແນວລາວສ້າງຊາດ 11 ເມືອງທົ່ວແຂວງເຂົ້າຮ່ວມ.
     ກອງປະຊຸມ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ເປັນເອກະພາບຮັບຮອງເອົາ ບົດລາຍງານ ການເມືອງຂອງຄະນະກຳມະການແນວລາວສ້າງຊາດແຂວງວຽງຈັນ ສະໄໝທີ VII ທີ່ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ (2021-2025) ໄດ້ຮັບຜົນສໍາເລັດຫຼາຍດ້ານ; ພ້ອມນັ້ນ,ໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ ດ້ານອ່ອນ-ຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາ ຂອງແນວລາວສ້າງຊາດ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມບາງດ້ານທີ່ບໍ່ບັນລຸຜົນຕາມຄາດ ໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາຍເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ເພື່ອຮັບປະກັນການສືບຕໍ່ນໍາພາຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ, ບົນຈິດໃຈສ້າງການຫັນປ່ຽນໃໝ່ ແລະ ຢຶດໝັ້ນ 4 ເສີມສ້າງຂອງແນວລາວສ້າງຊາດ. ກອງປະຊຸມໄດ້ກຳນົດ ແລະ ຮັບຮອງເອົາແຜນວຽກງານຈຸດສຸມເພື່ອຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ (2026-2030).
     ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຂອງ 3 ພາກສ່ວນ ຈາກຕາງໜ້າ ອພສ ແຂວງ, ຕາງໜ້າອົງການ ຈັດຕັ້ງມະຫາຊົນແຂວງ ແລະ ເມືອງແມດ ເຊິ່ງໄດ້ຢັ້ງຢືນເຖິງ ໝາກຜົນການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ ແລະ ເປັນບົດຮຽນທີ່ດີຕໍ່ສັງຄົມ; ໃນນີ້, ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ VIII ຈໍານວນ 7 ທ່ານ, ຍິງ 4 ທ່ານ, ເພື່ອເປັນແກ່ນສານນໍາພາເຕົ້າໂຮມຄວາມສາ ມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ໃນທົ່ວແຂວງ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາປະທານ-ຮອງປະທານແນວລາວສ້າງຊາດແຂວງ ຄື: ທ່ານ ນາງ ມະໄລສີ ທໍາມະໂຄດ ກຳມະການປະຈຳພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ, ທ່ານ ພວງພັນ ຈັນທະລັງສີ, ທ່ານ ນາງ ຄໍາກອງ ຂັນທະວົງ ແລະ ທ່ານ ນັດດາວັນ ສຸລິນທອນ ເປັນຮອງປະທານແນວລາວສ້າງຊາດແຂວງ, ຮັບຮອງເອົາ ປະທານ, ຮອງປະທານຄະນະກວດກາແນວລາວສ້າງຊາດແຂວງ ຄື: ທ່ານ ນາງ ຄໍາກອງ ຂັນທະວົງ ເປັນປະທານກວດກາ, ທ່ານ ນາງ ເກດ ສຸລິນ ລາສະຈັກ ເປັນຮອງປະທານ ແລະ ທ່ານ ຄໍາຫຼ້າ ສີວົງຄໍາ ເປັນຄະນະ.
     ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະກຳມະການແນວລາວສ້າງຊາດ ທຸກຂັ້ນ ຈົ່ງໄດ້ເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ນໍາພາມະຫາຊົນ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ, ຮຽກຮ້ອງມາຍັງພະນັກງານ-ນັກຮົບ, ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ, ສາສະໜາ, ເພດ-ໄວ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ມານະຈິດບຸກບືນໃນການປະຕິບັດໜ້າທີ່ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງວຽງຈັນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ບກ: ພຽງ
ຂ່າວ+ພາບ: ລີ