ໃນລະຫວ່າງວັນທີ 15-17 ທັນວາ 2025, ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາພັກ, ປະທານກວດ ກາພັກ-ລັດ, ຮອງປະທານ ສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະ, ໄດ້ລົງຕິດຕາມ, ຊຸກຍູ້ວຽກງານແນວລາວສ້າງຊາດ ແຂວງສາລະວັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ທອງດີ ຈັນທະວົງ ປະທານແນວລາວສ້າງຊາດແຂວງ, ບັນດາທ່ານຮອງປະທານແນວລາວສ້າງຊາດແຂວງ, ມີບັນດາຫົວໜ້າຂະແໜງ, ຮອງຂະແໜງການແນວລາວສ້າງຊາດແຂວງ, ພະນັກງານ-ລັດຖະກອນ ແນວລາວສ້າງຊາດແຂວງ, ອົງການພາຄີ ເຂົ້າຮ່ວມ;
ໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານແນວລາວສ້າງຊາດແຂວງເພື່ອຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ໃນການສ້າງຄວາມເປັນເອກະພາບ ແລະ ຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ແລະ ຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດວຽກງານການສໍາຫຼວດພົນລະເມືອງທີ່ຢູ່ອາໄສ ຢູ່ທີ່ພະແນກການເງິນແຂວງ ສາລະວັນ;

ໂອກາດທີ່ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ລົງເຄື່ອນໄຫວເຮັດວຽກຢູ່ແຂວງດັ່ງກ່າວ ທ່ານໄດ້ມີບາງ ຄໍາເຫັນໃຫ້ແນວລາວສ້າງຊາດແຂວງ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້າງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ສືບຕໍ່ນໍາພາຊີ້ນໍາການປະຕິບັດ 02 ວາລະແຫ່ງຊາດຕາມຄໍາແນະນໍາ 009 ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ, ຜັນຂະຫຍາຍມະຕິ 55 ກ່ຽວກັບວຽກງານການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດ ໄລຍະໃໝ່, ມະຕິເລກທີ 12/ຄປຈ, ວ່າດ້ວຍການຈັດຕັ້ງຜັນຂະຫຍາຍມິຕິ 04/ກມສພ, ມະຕິ 05 ກ່ຽວກັບການສ້າງເສດຖະກິດເອກກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຂອງຂົງເຂດແນວລາວສ້າງຊາດ ແລະ ໃຫ້ແນວລາວສ້າງຊາດແຂວງສືບຕໍ່ຕິດຕາມ, ກວດກາໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄະນະຮັບຜິດຊອບຂັ້ນເມືອງ-ບ້ານຕາມການມອບໝາຍຂອງຂັ້ນແຂວງສາລະວັນ ແລະ ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນຕໍ່ວຽກງານການເດີນສໍາຫຼວດພົນລະ ເມືອງ ແລະ ທີ່ຢູ່ອາໄສແມ່ນສະເໜີໃຫ້ບັນດາທ່ານຄະນະຊີ້ນໍາແຕ່ລະຂັ້ນສືບຕໍ່ ເພີ່ມທະວີວຽກງານການໂຄສະນາ ແລະ ເຜີຍແຜ່ການສໍາຫຼວດດ້ວຍຮູບແບບໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນແຕ່ລະຊຸມຊົນ ເພື່ອໃຫ້ເປັນຂະບວນການຟົດຟື້ນ. ພ້ອມທັງໃຫ້ຖືເອົາວຽກງານການສໍາຫຼວດພົນລະເມືອງເປັນບູລິມະສິດ ແລະ ຕິດພັນກັບທຸກຂະບວນການເຄື່ອນໄຫວວຽກງານໃນຂັ້ນທ້ອງຖິ່ນເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ໃຫ້ການຮ່ວມມືຢ່າງຕັ້ງໜ້າຕະຫຼອດໄລຍະຂອງການສໍາຫຼວດ, ຄະນະນໍາທຸກຂັ້ນຕ້ອງສືບຕໍ່ເພີ່ມທະວີການຊຸກຍູ້ຕິດຕາມ ແລະ ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ອື່ນໆທີ່ຈໍາເປັນ, ສິ່ງສໍາຄັນທີ່ສຸດນັກສໍາຫຼວດຂັ້ນແຂວງ ແລະ ຂັ້ນເມືອງຈະໄດ້ເປັນເຈົ້າການ ແລະ ເຮັດໜ້າທີ່ໃນການຕິດຕາມກວດກາການປະຕິບັດການເກັບກໍາຂໍ້ມູນພາກສະໜາມຂອງນັກເດີນສໍາຫຼວດ ໃຫ້ຖືກຕ້ອງຕາມຫຼັກການເພື່ອຮັບປະກັນໃນການສະຫຼຸບລາຍງານຂໍ້ມູນໃຫ້ມີຄວາມຊັດເຈນ, ຈະແຈ້ງຖືກຕາມຄວາມເປັນຈິງ ແລະ ສືບຕໍ່ປະຕິ ບັດກົນໄກປະສານງານລະຫວ່າງຫ້ອງການສໍາຫຼວດຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ເປັນລະບົບປະຈໍາ ແລະ ລະບົບຕໍ່ເນື່ອງ ເມື່ອພົບບັນຫາກ່ຽວກັບການສັງລວມຂໍ້ມູນທີ່ຍັງບໍ່ຈະແຈ້ງ, ບໍ່ຖືກຄວາມເປັນຈິງ ຈະໄດ້ປະສານສົມທົບ ແລະ ຫາວິທີການແກ້ໄຂໃຫ້ທັນເວລາ.



