ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດມອບຂໍ້ຕົກລົງ ສະບັບເລກທີ 660/ຄປຈ, ລົງວັນທີ 31 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ບູລະພາ ສັນຕິຄົງຄາ ກຳມະການສູນກາງແນວລາວສ້າງຊາດ, ປະທານບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ, ປະທານສະມາຄົມການຄ້າຈີນ, ປະທານສະມາຄົມຈີນ ເປັນທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ ຂອງສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວ ສ້າງຊາດ ແລະ ມອບຂໍ້ຕົກລົງ ສະບັບເລກທີ 661/ຄປຈ, ລົງວັນທີ 31 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ກູເຫວີຍ (Mr GU WEI) ປະທານບໍລິສັດ ລາວທຽນຊື ພັດທະນາກະສິກຳ ຈຳກັດຜູ້ດຽວ, ປະທານກິດຕິມະສັກ ສະມາຄົມການ ຄ້າຈີນ, ພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ເປັນຄູ່ຮ່ວມງານ ຂອງສູນກາງແນວລາວສ້າງຊາດ ແລະ ເປັນທີ່ປຶກສາ ວຽກງານຄົ້ນຄວ້າເສດຖະກິດ ຂອງສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ, ລົງເລິກວຽກງານເສດຖະກິດ, ພິທີມອບ-ຮັບ ໄດ້ຈັດຂຶ້ນ ໃນວັນທີ 02 ມັງກອນ 2026 ທີ່ສູນກາງແນວລາວສ້າງຊາດ ໂດຍມີທ່ານ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ ຮອງປະທານ ສນຊ ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ຫົວໜ້າສູນຄົ້ນຄວ້າ ແລະ ຝຶກ ອົບຮົມ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພາບ ແລະ ຂ່າວ: ພ.ພຽງ
ບກ: ພ ບຸບຜາ


