ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນຕອນເຊົ້າວັນທີ  6  ມັງກອນ  2026; ພາຍໃຕ້ຄຳຂັວນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ໂດຍການເປັນປະທານ ຂອງສະຫາຍ   ທອງລຸນ   ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ  ແຫ່ງ  ສປປ ລາວ; ມີບັນດາສະຫານກໍາມະການກົມການເມືອງສູນກາງພັກ, ອາດີດກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ ພ້ອມດ້ວຍບັນດາສະຫາຍຜູ້ແທນກອງປະຊຸມຈາກສູນກາງ ແລະ ທ້ອງຖິ່ນທົ່ວປະເທດ, ແຂກຖືກເຊີນເຂົ້າຮ່ວມ ຈໍານວນ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວປະເທດ ຈໍານວນ 421,865 ສະຫາຍ;

ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ກ່າວຕໍ່ກອງປະຊຸມວ່າການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ຖືໄດ້ວ່າເປັນເຫດການການເມືອງ ທີ່ສຳຄັນໜຶ່ງຂອງພັກ ແລະ ຂອງປະເທດຊາດເຮົາ, ເຊິ່ງຈະໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈະເປັນການກໍານົດແນວທາງ, ນະໂຍບາຍ ແລະ ແຜນປະຕິບັດງານ ຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ, ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ພັກເຮົາຍັງຕ້ອງຮັບເອົາພາລະກຳອັນໃຫຍ່ຫຼວງ ແລະ ສູງສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຕາມອຸດົມການທີ່ໄດ້ເລືອກເອົາໄວ້; ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານເນື້ອໃນສໍາຄັນ 4 ສະບັບເປັນຕົ້ນ: 1)ໂຄງການການເມືອງສະບັບທີ 3, 2)ຮ່າງລາຍງານການເມືອງ, 3)ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X; ວາງແນວທາງ, ແຜນນະໂຍບາຍ, ວິໄສທັດ ຮອດປີ 2055, ຍຸດທະສາດພັດທະນາ 10 ປີ (2026-2035) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອຜັນຂະຫຍາຍໂຄງການການເມືອງຂອງພັກ, 4)ຮັບຮອງເອົາຮ່າງກົດລະບຽບ ສະບັບປັບປຸງ ຂອງພັກ.

ພ້ອມກັນນັ້ນ, ກອງປະຊຸມຈະໄດ້ປ່ອນບັດເລືອກຕັ້ງເອົາເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ສະໄໜທີ XII ແລະ ຄະນະບໍລິຫານງານສູນກາງພັກ ເພື່ອສືບຕໍ່ນໍາພາຊີ້ນໍາຕໍ່ໄປ ຈາກນັ້ນສະຫາຍ ກໍ່ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການ.

ຂ່າວ+ຮູບ: ເຢ້+ຫຼ້າ

ບກ: ພ.ບຸບຜາ