​ສະ​ຫາຍຮອງປະທານ ສນຊ ​ເຂົ້າ​ພົບ​ປະ​ຢ້ຽມ​ຢາມ ສະ​ຫາຍ​ເລ​ຂາ​​ພັກ​ແຂວງບໍລິຄຳໄຊ

ໃນວັນທີ 19 ມັງກອນ 2026, ສະ​ຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະປະ​ຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າ​ພົບ​ປະ​ຢ້ຽມ​ຢາມ ສະ​ຫາ​ຍ ສອນ​ທະ​ນູ  ທຳ​ມະ​ວົງ ກຳ​ມະ​ການ​ສູນ​ກາງ​ພັກ ເລ​ຂ​າ​ຄະ​ນະ​ບໍ​ລິ​ຫານ​ງານປົກ​ຄອງ​ພັກ​ແຂວງ​ບໍ​ລິ​ຄຳ​ໄຊ ຢູ່​ທີ່​ຫ້ອງວ່າ​ການ​ປົກ​ຄອງ​ແຂວງ;

ໂອ​ກາດນີ້, ສະ​ຫາຍ​ຮອງ​ປະ​ທານ ສນ​ຊ ໄດ້​ລາຍ​ງານ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ລົງ​ມາ​ເຄື່ອນ​ໄຫວ​ເຮັດ​ວຽກ ຄັ້ງ​ນີ້​ໃຫ້​ຮັບ​ຊາບ; ໃນ​ນີ້, ສະ​ຫາຍ​ເລ​ຂາ​ພັກ​ແຂວງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ຕີ​ລາ​ຄາ​ສູງ ​ຕໍ່​ການ​ມາ​ເຄື່ອນ​ໄຫວເຮັດ​ວຽກ​ຂອງ​ຄະ​ນະ ໃນ​ຄັ້ງ​ນີ້ ເຊິ່ງ​ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ລົງ​ໃກ້​ສິດ​ຕິດ​ແທດ ​ຂອງການ​ນຳ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ເພື່ອ​ເປັນ​ການ​ຕິດ​ຕາມ, ກວດ​ກາ ແລະ ຊຸກ​ຍູ້​ວຽກ​ຽກ​ງານ​ແນວ​ລາວ​ສ້າງ​ຊາດ ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕາມ​ພາ​ລະ​ບົດ​ບາດ​, ສິດ ແລະ ໜ້າ​ທີ່​ຂອງ​ຕົນ ຢ່າງ​ມີ​ຜົນ​ສຳ​ເລັດ.

ຂ່າວ+ພາບ: ພ.ພຽງ

ບກ: ພ.ບຸບຜາ