ໂດຍປະຕິບັດຕາມສັນຍາຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ໄລຍະປີ 2022-2027 ແລະ ປະຕິບັດຕາມຖະແຫຼງການຮ່ວມກອງປະຊຸມສາກົນເສີມສ້າງ ຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ ແລະການຮ່ວມມືກັນພັດທະນາ ປີ 2022 ຢູ່ ແຂວງ ສະຫວັນນະເຂດ ສປປ ລາວ; ສູນກາງແນວລາວສ້າງຊາດ ຮ່ວມກັບສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັນພັດທະນາ ປີ 2026 ຂຶ້ນ ໃນວັນທີ 29 ມັງກອນ 2026 ທີ່ແຂວງເງະອານ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຝ່າຍລາວ ນຳໂດຍ ທ່ານ ຄໍາຜອຍ ວັນນະສານ, ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຮວ່າງ ກົງ ຖຸ່ຍ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ຫວໍ ທິ ມິງ ຊິງ, ຮອງເລຂາພັກແຂວງ, ປະທານແນວໂຮມປະເທດຊາດຫວຽດນາມແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ແຂວງເງະອານ, ທ່ານ ນາງ ຄຳເພົາ ເອິນທະວັນ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ມີບັນດາທ່ານຜູ້ຕາງໜ້າຄະນະພົວພັນຕ່າງປະເທດ, ກະຊວງການ ຕ່າງປະເທດ, ກະຊວງປ້ອງກັນປະເທດ, ບັນດາທ່ານປະທານແນວລາວສ້າງຊາດ ແລະ ປະທານແນວໂຮມປະເທດຊາດຫວຽດນາມ ຂອງບັນດາແຂວງ ຂອງສອງປະເທດ ທີ່ມີຊາຍແດນຕິດຈອດກັນ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີ ບົດສະຫຼຸບຕີລາຄາຄືນກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດສັນຍາການຮ່ວມມືໄລຍະປີ 2022-2026 ຜ່ານມາ ສະເໜີໂດຍ ທ່ານ ປອ. ດາວຽງສັກ ຫວ່າງວິຈິດ, ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ເຊິ່ງມີບາງເນື້ອໃນຈິດໃຈ ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ໄດ້ມີການສົ່ງຄະນະຜູ້ແທນໄປຢ້ຽມຢາມເຊິ່ງກັນ ແລະ ກັນເພື່ອແລກປ່ຽນບົດຮຽນປະສົບການໃນດ້ານວຽກງານຕ່າງໆ, ໄດ້ຝຶກອົບຮົມຍົກລະດັບຄວາມເຂົ້າໃຈໃນວຽກງານແນວໂຮມ, ການພົວພັນຮ່ວມມືຂອງສອງອົງການແນວໂຮມລາວ-ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການເພິ່ມທະວີ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ. ພ້ອມກັນນີ້, ບັນດາທ່ານຕາງໜ້າຈາກແນວລາວສ້າງຊາດແຂວງ ແລະ ບັນດາທ່ານຕາງຈາກແນວໂຮມປະເທດຊາດຫວຽດນາມແຂວງ ຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ປຶກສາຫາລືແລກປ່ຽນ, ໄດ້ເຫັນດີເປັນເອກະພາບ ແລະ ເຊັນບົດບັນທຶກການຮ່ວມມືກ່ຽວກັບທິດທາງໃນຕໍ່ໜ້າ ໂດຍສະເພາະ ແມ່ນອີງໃສ່ເນື້ອໃນຈິດໃຈ ຂອງຖະແຫຼງການຮ່ວມ ກອງປະຊຸມຂັ້ນສູງຂອງ ສອງພັກ ໃນເດືອນ 12/2025 ກ່ຽວກັບການຢືນຢັນຄໍາຂວັນຮ່ວມກັນວ່າ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ”. ເພື່ອປະສານສົມທົບກັນເສີມສ້າງຊາຍແດນ ລາວ – ຫວຽດນາມ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັນພັດທະນາ ໄລຍະ 2026 – 2028 ດ້ວຍບັນດາເນື້ອໃນສຳຄັນ ຄື: 1) ສືບຕໍ່ໂຄສະນາສຶກສາອົບຮົມໃຫ້ປະຊາຊົນທຸກຊັ້ນຄົນ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເອກອ້າງທະນົງໃຈກ່ຽວກັບສາຍພົວພັນອັນດີງາມ, ຄວາມສາມັກຄີພິເສດ ລະຫວ່າງປະຊາຊົນສອງປະເທດ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດ ກ່ຽວກັບການເສີມສ້າງຊາຍແດນສັນຕິພາບ, ມິດຕະພາບ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ການພັດທະນາຂອງແຕ່ລະປະເທດ. 2) ແນວໂຮມຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຂອງສອງປະເທດ ຊຸກຍູ້ການຂົນຂວາຍຂະບວນການແຂ່ງຂັນຮັກຊາດ, ຂົນຂວາຍປະຊາຊົນເສີມຂະຫຍາຍບົດບາດເປັນເຈົ້າການຂອງປະເທດຊາດ ແລະ ບ້ານເກີດເມືອງນອນ, ເຂົ້າຮ່ວມການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່, ຫຼຸດຜ່ອນອັດຕາສ່ວນຄອບຄົວທຸກຍາກ; ປະຕິບັດບັນດາແຜນວຽກການແຮກສ່ຽວບັນດາດ່ານຊາຍແດນ ລະຫວ່າງບ້ານ, ຕາແສງ ແລະ ເມືອງສອງຟາກຊາຍແດນຕາມທີ່ຄະນະພັກ, ອົງການປົກຄອງໄດ້ຕົກລົງແລ້ວໃຫ້ມີໝາກຜົນ; 3) ສືບຕໍ່ກໍ່ສ້າງບັນດາອົງການແນວໂຮມ ແລະ ອົງການມະຫາຊົນໃຫ້ເຂັ້ມແຂງ ປະກອບສ່ວນປັບປຸງລະບົບຮາກຖານການເມືອງຢູ່ເຂດຊາຍແດນ; 4) ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ເປັນຂົວຕໍ່ໃຫ້ບັນດາວິສາຫະກິດ, ນັກລົງທຶນ ຂອງສອງປະເທດ ໃຫ້ມີການລົງທຶນ ແລະ ພັດທະນາພື້ນຖານໂຄງລ່າງ, ເຂດເສດຖະກິດ, ສູນການຄ້າ ຢູ່ບັນດາດ່ານຊາຍແດນ, ດ່ານປະເພນີ ໂຄງການພັດທະນາເສດຖະກິດ-ສັງຄົມ, ພັດທະນາ ແລະ ສົ່ງເສີມຜະລິດຕະພັນ, ການທ່ອງທ່ຽວ ຢູ່ທ້ອງຖີ່ນຕາມຊາຍແດນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ. 5) ສືບຕໍ່ຊີ້ນຳແນວໂຮມບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ, ຄັດເລືອກເນື້ອໃນທີ່ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ ໃຫ້ແກ່ແນວໂຮມເມືອງ, ຕາແສງ ແລະ ບັນດາກຸ່ມບ້ານຊາຍແດນ ລົງນາມແຂ່ງຂັນ ປະກອບສ່ວນກໍ່ສ້າງເຂດຊາຍແດນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ; 6) ປະສານສົມທົບກັນໃນການຕິດຕາມກວດກາ, ເກັບກຳຂໍ້ມູນຂ່າວສານ ແລະ ສັງລວມຄຳເຫັນ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວ ແລະ ຫວຽດນາມ, ຫວຽດນາມ-ລາວ ໃນການເສີມສ້າງຊາຍແດນ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັນພັດທະນາ ແລະ 7) ທັງສອງຝ່າຍ ເປີດກວ້າງຮູບແບບການພົບປະແລກປ່ຽນມິດຕະພາບ ລະຫວ່າງ ແນວໂຮມຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ.
ໂອກາດນີ້, ຄະນະໄດ້ໄປຢ້ຽມຢາມອະນຸສອນສະຖານເຮືອນປະທານ ໂຮ່ຈີມິນ, ເຂົ້າຮ່ວມພິທີລະນຶກວັນ ປະທານ ໂຮ່ຈີມິນ ກັບຄືນປະເທດຊີ້ນຳການປະຕິວັດໂດຍກົງ ຄົບຮອບ 85 ປີ, ໄປທັດສະນະຢ້ຽມຢາມເຂດພັດທະນາແຫຼ່ງທ່ອງທ່ຽວ Vin Wonders ແລະ ໄປທັດສະນະສຶກສາຢ້ຽມຢາມ ກຸ່ມບໍລິສັດ TH (True Happiness) ຢູ່ຕາແສງເງຍດ່ານ ແຂວງເຫງະອານ ຕື່ມອີກ.






ຂ່າວ: ເຢ
ບກ: ອຸດອນ


