ຮອງປະທານ ສນຊ ເຂົ້າອວຍພອນປີໃໝ່ຢູ່ສະຖານທູດຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ ປະຈໍາປີ 2026 ຂອງສາທາລະນະລັດສັງຄົມນິຍົມ ຫວຽດນາມ; ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ເຂົ້າອວຍພອນ ທ່ານ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາຢູ່ ສປປ ລາວ ໃນວັນທີ 12 ກຸມພາ 2026 ນີ້, ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ

ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຖານທູດຫວຽດນາມ ເຊິ່ງໄດ້ເປັນຂົວຕໍ່ ແລະ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເພີ່ມພູນຄູນສ້າງ ແລະ ໝັ້ນຄົງທະນົງແກ່ນ ຕະຫຼອດໄລຍະຜ່ານມາ; ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ ປະຈໍາປີ 2026 ຂອງ ສສ ຫວຽດນາມ ຕາງໜ້າຄະນະພັກ, ຄະນະປະຈຳ ສນຊ ແລະ ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ປະຊາຊົນຊາວຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສຳເລັດໃນໜ້າທີ່ການເມືອງທຸກປະການ.

ທ່ານ ຫວຽນ ມິງ ເຕິມ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ ແລະ ຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ຮອງປະທານ ສນຊ ພ້ອມດ້ວຍຄະນະ ທີ່ໄດ້ເຂົ້າພົບປະຢ້ຽມຢາມ ແລະ ອວຍພອນ ໃນຄັ້ງນີ້.

ຂ່າວ+ພາບ: ເຢ

ບກ: ພ.ພຽງ