ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (09 ທັນວາ 2003 – 09 ທັນວາ 2025). ພາຍໃຕ້ການເປັນປະທານ ຂອງ ທ່ານ ນ. ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ປະທານກວດກາພັກ-ລັດ, ຮອງປະທານສູນກາງແນວລາວສ້າງຊາດ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ, ມີບັນດາທ່ານຫົວໜ້າຫ້ອງການ, ກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ພ້ອມດ້ວຍພະນັກງານ-ລັດຖະກອນ ສນຊ ທັງໝົດເຂົ້າຮ່ວມ, ໃນວັນທີ 12 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສນຊ.
ໃນພິທີ, ທ່ານ ນາງ ໄຊທິດາ ພົມວິຫານ ຫົວໜ້າກົມກວດກາ ສນຊ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ; ພ້ອມນີ້ ທ່ານ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ຜ່ານບົດປາໃສຂອງທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ວ່າ: ໃນໂອກາດສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນທີ່ໄດ້ໝູນວຽນມາບັນຈົບຄົບຮອບ 22 ປີ (09 ທັນວາ 2003 – 09 ທັນວາ 2025); ການສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງໃນຄັ້ງນີ້, ບໍ່ສະເພາະເປັນແຕ່ການປະກອບສ່ວນເຂົ້າໃນການສະແດງຄວາມສາມັກຄີຮ່ວມກັບປະຊາຊາດໃນໂລກໃນການຕ້ານການສໍ້ລາດບັງຫຼວງ ແຕ່ຍັງເປັນການປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ໃຫ້ແກ່ການສ້າງລັດແຫ່ງກົດໝາຍ, ທັງຍັງປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງຊາດລາວ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ພາຍໃຕ້ຄໍາຂັວນ (“ຮ່ວມກັນ ຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອານາຄົດທີ່ສົດໃສ ແລະ ໂປ່ງໃສ”).

ໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ທິດທາງໃນການເຄື່ອນໄຫວວຽກງານກວດກາ, ການຕ້ານການສໍ້ລາດບັງຫຼວງໃນຂົງເຂດແນວລາວສ້າງຊາດ ເຊິ່ງໄດ້ເນັ້ນວ່າ: ສືບຕໍ່ສຸມໃສ່ວຽກງານໂຄສະນາເຜີຍແຜ່ປູກຈິດສໍານຶກໃຫ້ທຸກເປົ້າໝາຍໃນສັງຄົມຮັບຮູ້ກ່ຽວກັບຜົນຮ້າຍຂອງການສໍ້ລາດບັງຫຼວງໃຫ້ກວ້າງຂວາງແຂງແຮງກວ່າເກົ່າ, ຄ່ຽງຄູ່ກັບການສ້າງ ແລະ ປັບປຸງນິຕິກໍາໃຫ້ຄົບຖ້ວນ ແລະ ສົມບູນ; ຍູ້ແຮງ ແລະ ຮ່ວມມືກັບທຸກພາກສ່ວນເປັນເຈົ້າການດໍາເນິນການຕິດຕາມກວດກາ ແລະ ຕ້ານການສໍ້ລາດບັງຫຼວງຕາມພາລະບົດບາດຂອງຕົນ, ເຂົ້າຮ່ວມການຕິດຕາມກວດກາລັດຕາມຄວາມເໝາະສົມ ປະຕິບັດຄໍາຂັວນ “ກວດກາທົ່ວເຖິງເລິກເຊີ່ງໂປງໃສແກ້ໄຂບັນຫາໃຫ້ຖືກຕ້ອງເດັດຂາດທັນການ ແລະ ເປັນທໍາ”. ຍົກສູງຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ, ຄວາມຮູ້ຄວາມສາມາດຂອງພະນັກງານກວດກາ, ຫັນວຽກກວດກາ ແລະ ຕ້ານການສໍ້ລາດບັງຫຼວງເປັນທັນສະໄໝ; ຊຸກຍູ້ຄະນະກວດກາພັກ-ລັດ ແຕ່ລະຂັ້ນໃນຂົງເຂດແນວລາວສ້າງຊາດໃຫ້ເຄື່ອນໄຫວມີປະສິດທິຜົນສູງ, ດ້ວຍຄວາມຮັບຜິດຊອບການເມືອງໃຫ້ນັບມື້ສູງຂື້ນ. ໃນພິທີ ກໍ່ໄດ້ມີກິດຈະກຳຖາມ-ຕອບ; ສົນທະນາແລກປ່ຽນ ກ່ຽວກັບການຕ້ານການສໍ້ລາດບັງຫຼວງຢ່າງເປັນຂະບວນຟົດຟືນ.
ຂ່າວ+ພາບ: ດວງມະນີ+ລິຂິດ
ບກ: ພ. ພຽງ



