ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ໃນວັນທີ 25 ກຸມພາ 2026, ເປັນກຽດເຂົ້າຮ່ວມມີ ທ່ານ ຫຸມເພັງ ຈອມວີສານ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ, ທ່ານ ບຸນວອນ ທະນະພົມ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຍອດອູ, ມີບັນດາທ່ານຕາງໜ້າ ຫ້ອງການອ້ອມຂ້າງເມືອງ, ບັນດາທ່ານຕາງໜ້າບ້ານອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການລົງເຮັດວຽກໃນຄົ້ງນີ້, ໄດ້ຮັບຟັງການເຜີຍແຜ່ບົດບັນທຶກຊ່ວຍຈຳການຮ່ວມມືດຳເນີນໂຄງການ ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ຈຳກັດ ແລະ ເຜີຍແຜ່ກົດລະບຽບການບໍລິຫານກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ຈາກ ທ່ານ ດາວຽງສັກ ຫວ່າງວິຈິດ ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ສິດ, ໜ້າທີ່, ຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ, ຂອບເຂດການເຄື່ອນໄຫວຂອງກອງທຶນ, ລະບົບການການຈັດຕັ້ງ-ໂຄງປະກອບ ແລະ ບຸກຄາລະກອນຂອງຄະນະບໍລິຫານກອງທຶນ ໂດຍຫຍໍ້. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳເຫັນແລກປ່ຽນ ຢ່າງກົງໄປກົງມາ ຕໍ່ວຽກງານດັ່ງກ່າວ.
ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນສິດ, ໜ້າທີ່ ແລະ ພາລະບົດບາດ ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ແລະ ທ່ານໄດ້ຮຽກຮ້ອງຕື່ມວ່າ: ຄະນະກຳມະການແນວລາວສ້າງຊາດເມືອງ ສືບຕໍ່ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານຢູ່ພາຍໃນເມືອງໃຫ້ມີຜົນສໍາເລັດ, ສຶກສາຄົ້ນຄົ້ນຄວ້າກົດລະບຽບຂອງກອງທຶນ ໃຫ້ສາມາດກຳແໜ້ນ ແລະ ເຂົ້າໃຈໄດ້ຢ່າງລະອຽດ, ໃຫ້ແນວລາວສ້າງຊາດເມືອງ ເປັນໃຈກາງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮ່ວມມືກັນ ເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງກອງທຶນດັ່ງກ່າວ ໃຫ້ຖືກຕ້ອງຕາມຂັ້ນຕອນ ທີ່ໄດ້ກໍານົດໄວ້ ໃນກົດລະບຽບຂອງກອງທຶນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ, ເອົາໃຈໃສ່ຜັນຂະຫຍາຍ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ 4 ເສີມສ້າງ ຂອງແນວລາວສ້າງຊາດ ໃຫ້ກ້ວາງຂວາງ ແລະ ແຂງແຮງ, ສືບຕໍ່ສຶກສາອົບຮົມ-ປຸກລະດົມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ລະດົມໃຫ້ປະຊາຊົນ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ເພື່ອພັດທະນາເສດຖະກິດຄອບຄົວ ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.
ຂ່າວ+ພາບ:ເຢ
ບກ: ໄພຈິດ


