ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງຜົ້ງສາລີ

ວັນທີ 26 ກຸມພາ 2026 ນີ້, ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ.
ການເຄື່ອນໄຫວຄັ້ງນີ້, ທ່ານ ຮອງປະທານຜູ້ປະຈຳການ ສນຊ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການປົກຄອງແຂວງ ເພື່ອແຈ້ງຈຸດປະສົງການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ. ຈາກນັ້ນ, ໄດ້ພົບປະໂອ້ລົມຄະນະນຳຂອງແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ຄະນະນຳຂອງຄະນະກຳມະການປົກຄອງເມືອງ ແລະ ຄະນະກຳມະການແນວລາວສ້າງຊາດເມືອງບຸນເໜືອ. ໂອກາດນີ້, ໄດ້ຮັບຟັງການລາຍງານຜົນງານທີ່ພົ້ນເດັ່ນ ໃນການເຄື່ອນໄຫວວຽກງານ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄາລະກອນ, ວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ວຽກງານຂົນຂວາຍປະຊາຊົນ, ວຽກງານເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປ້ອງສິດຜົນປະໂຫຍດອັນສອບທຳຂອງປະຊາຊົນ, ວຽກງານປະສານສົມທົບກັບພາກສ່ວນຕ່າງໆ, ການສ້າງຄວາມເຂັ້ມແຂງວຽກງານແນວລາວສ້າງຊາດ ແລະ ວຽກງານການທູດປະຊາຊົນ ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ຂອງແນວລາວສ້າງຊາດແຂວງ ຈາກທ່ານ ຫຸມເພັງ ຈອມວີສານ ປະທານແນວລາວສ້າງຊາດແຂວງຜົ້ງສາລີ, ພ້ອງທັງໄດ້ຮັບຟັງການເຜີຍແຜ່ບົດບັນທຶກຊ່ວຍຈຳການຮ່ວມມືດຳເນີນໂຄງການ ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ຈຳກັດ, ເຜີຍແຜ່ກົດລະບຽບການບໍລິຫານກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ຈາກກອງເລຂາຂອງໂຄງການ. ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນແລກປ່ຽນ ຕໍ່ສອງເອກະສານທີ່ສຳຄັນກ່ຽວກັບວຽກງານກອງທຶນ ຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ.
ທ່ານ ຮອງປະທານຜູ້ປະຈຳການ ສນຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານ ຂອງແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ທ່ານ ໄດ້ເນັ້ນຕື່ມວ່າ: ກອງທຶນດັ່ງກ່າວແມ່ນແຜນນະໂຍບາຍໜຶ່ງທີ່ສຳຄັນ ຂອງສູນກາງແນວລາວສ້າງຊາດ ສະນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາຄົ້ນຄວ້າ ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ຂອງແນວລາວສ້າງຊາດ ກໍຄືຂອງກອງທຶນສາມັກ ແລະ ພັດທະນາແນວລາວສ້າງຊາດ ໃຫ້ສາມາດກຳແໜ້ນ, ສຶກສາຄົ້ນຄວ້າຄວາມເປັນໄປໄດ້ຕາມທ່າແຮງຂອງແຕ່ລະບ້ານ ໃນການສ້າງຕັ້ງກອງທຶນຢູ່ຂັ້ນບ້ານຕາມເງື່ອນໄຂ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ນຳໄປໝູນໃຊ້ເຂົ້າໃນການຜະລິດເປັນສິນຄ້າ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ເອົາໃຈໃສ່ຕໍ່ວຽກງານ 3 ເສົາຄໍ້າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ຕໍ່ການປະຕິບັດ 3 ພາລະບົດບາດ ຄື: ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ, ເປັນໃຈກາງແຫ່ງສະຕິປັນຍາ ແລະ ເປັນໃຈກາງແຫ່ງຄວາມເປັນແບບຢ່າງ; ປັບປຸງແບບແຜນວິທີການເຮັດວຽກ ໃຫ້ມີລັກສະນະວິທະຍາສາດ ທັນສະໄໝ, ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ກົມກຽວກັນ, ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຜົນສໍາເລັດເປັນຢ່າງດີ, ເອົາໃຈໃສ່ຕໍ່ເຮັດວຽກງານການເມືອງ-ແນວຄິດ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ສືບຕໍ່ປະກອບສ່ວນຕ້ານ- ແກ້ໄຂປະກົດການຫຍໍ້ທໍ່ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງເສີມການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ປຸກລະດົມຄວາມສາມັກຄີເປັນປຶກແຜ່ນປະຊາຊົນລາວບັນດາເຜົ່າ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍ່ຄືຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຢ່າງເປັນຂະບວນກວ້າງຂວາງ, ເກັບກໍາຫາງສຽງສັງຄົມເພື່ອສ່ອງແສງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ແລະ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ 4 ເສີມສ້າງ ຂອງແນວລາວສ້າງຊາດໃຫ້ແຂງແຮງ ແລະ ເປັນເຈົ້າການຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ເພື່ອເສີມຂະຫຍາຍບົດບາດ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດ.
ຂ່າວ+ພາບ: ເຢ
ບກ: ໄພຈິດ