ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະຮັບຜິດຊອບວຽກງານກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ລົງຊຸກຍູ້ວຽກງານກອງທຶນຢູ່ເມືອງໃໝ່ ແຂວງຜົ້ງສາລີ ໃນວັນທີ 27 ກຸມພາ 2026 ນີ້, ເປັນກຽດເຂົ້າຮ່ວມມີ ທ່ານ ທອງຄູນ ໄຊຍະຄອນ ຮອງເລຂາພັດເມືອງ, ປະທານຄະນະກຳມະການປົກຄອງເມືອງໃໝ່, ຄະນະກຳມະການແນວລາວສ້າງຊາດເມືອງ, ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍຄະນະອົງການປົກຄອງບ້ານອ້ອມຂ້າງເມືອງໃໝ່ ເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ແລກປ່ຽນກ່ຽວກັບວຽກງານກອງທຶນຢ່າງກົງໄປກົງມາ ເປັນຕົ້ນ: ແມ່ນແລກປ່ຽນຕໍ່ບົດບັນທຶກຊ່ວຍຈຳການຮ່ວມມືດຳເນີນໂຄງການ ກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ຈຳກັດ, ກົດລະບຽບການບໍລິຫານກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ; ຜ່ານກອງປະຊຸມເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້, ເຂົ້າໃຈ, ມີຄວາມສົນໃຈຕໍ່ວຽກງານກອງທຶນດັ່ງກ່າວ ແລະ ຈະສືບຕໍ່ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຜີຍແຜ່ ຢູ່ຂັ້ນບ້ານ ຕື່ມອີກ.
ພ້ອມກັນນັ້ນ, ທ່ານ ຮອງປະທານຜູ້ປະຈຳການ ສນຊ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ວຽກງານກອງທຶນ ແລະ ໂອ້ລົມຕໍ່ກອງປະຊຸມຕື່ມອີກ.



