ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາ ສນຊ 5 ປີຜ່ານມາ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໂດຍແມ່ນກົມໂຄສະນາ ຮ່ວມກັບຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສູນກາງແນວລາວສ້າງຊາດ(ສນຊ) ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາ ແລະ ວຽກງານຂົນຂວາຍປະຊາຊົນ ຂອງແນວລາວສ້າງຊາດ ໄລຍະ 5 ປີ ຜ່ານມາ(2021-2025) ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ(2026-2030) ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາ ສນຊ; ທ່ານ ບົວເງິນ ຊາພູວົງ ກຳມະການ ສນຊ, ຫົວໜ້າຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສນຊ, ເປັນກຽດເຂົ້າຮ່ວມ ມີ ທ່ານ ນາງ ສີພະຈັນ ນັນທະວົງສາ ກຳມະການປະຈຳພັກ, ຮອງປະທານ ສນຊ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ອະດີດກໍາມະການສູນກາງພັກ, ອະດີດຮອງປະທານ ສນຊ ຜູ້ຊີ້ນໍາວຽກງານໂຄສະນາ, ມີຄະນະກົມ, ຫ້ອງການ, ສູນຄົ້ນຄ້ວາ-ຝຶກອົບຮົມ, ຄະນະທີ່ປຶກສາ-ຄູ່ຮ່ວມງານ ພ້ອມດ້ວຍພະນັກງານກົມໂຄສະນາ ສນຊ ແລະ ຂະແໜງໂຄສະນາ ແນວລາວສ້າງຊາດ ນະຄອນຫຼວງ-ບັນດາແຂວງທົ່ວປະເທດ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ວີດີໂອທາງໄກ ໃນວັນທີ 4 ມີນາ 2026 ທີ່ ສນຊ.

ໃນກອງປະຊຸມ, ໄດ້ຮັບຟັງຮ່າງບົດສະຫຼຸບຕີລາຄາຄືນຜົນສຳເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາ ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 5 ປີຜ່ານມາ ໂດຍໄດ້ຕີລາຄາຄືນຂໍ້ສະດວກ, ຜົນສໍາເລັດ, ດ້ານດີ, ດ້ານອ່ອນ-ຄົງຄ້າງ ຂໍ້ຫຍຸງຍາກ ແລະ ສາເຫດ, ບົດຮຽນຖອດຖອນໄດ້ ເຊິ່ງໄດ້ຖືໜ້າທີ່ການເມືອງເປັນໃຈກາງໃນການປະຕິບັດພາລະບົດບາດເປັນຕົ້ນ: ການຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສຳຄັນຕ່າງໆ ຂອງພັກ ຂອງຊາດ ຂອງແນວລາວສ້າງຊາດ, ໄດ້ນໍາພາແຂກທາງພາຍໃນ-ຕ່າງປະເທດທ່ຽວຊົມ ແລະ ທັດສະນະສຶກສາຫໍມູນເຊື້ອ; ຈັດກິດຈະກໍາຕ່າງໆເຊັ່ນ: ວາງສະແດງຮູບພາບ, ຍ່າງເພື່ອສຸຂະພາບ, ວາງສະແດງສິນຄ້າພາຍໃນ, ຕິດປ້າຍໂຄສະນາ, ບໍລິຈາກເລືອດ, ອອກແຮງງານ, ກິລາ ແລະ ອື່ນໆ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນ ຂອງພັກ ຂອງຊາດ ກອງທັບ ແລະ ແນວລາວສ້າງຊາດ, ຜະລິດສື່ສິ່ງພິມ(ໜັງສືພິມລາຍເດືອນ-ວາລະສານລາຍໄຕມາດ, ປະຕິທິນ, ແຜ່ນພັບ, ປົດສະເຕີ); ຜະລິດລາຍການວິທະຍຸ-ລາຍການໂທລະພາບປະຈໍາອາທິດ, ສື່ອອນລາຍ(ເວັບໄຊ, ຢູທູບ, ເຟດສບຸກ)ປະຈໍາວັນ, ສົມທົບທ້ອງຖິ່ນເພື່ອຕິດຕາມ ຊຸກຍູ້ການເຄື່ອນໄຫວວຽກງານໂຄສະນາ ແລະ ສົມທົບພາກສ່ວນອື່ນໆທີ່ກ່ຽວຂ້ອງໃນການເຄື່ອນໄຫວວຽກດັ່ງກ່າວ; ສໍາລັບວຽກງານຮ່ວມມືກັບຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ກໍ່ໄດ້ຈັດຕັ້ງປະຕິບັດຕາມບົດບັນທຶກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂົນຂວາຍປະຊາຊົນ ໃນໄລຍະ 5 ປີຜ່ານມາ ຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ວຽກງານໂຄສະນາ ຂອງ ສນຊ ເຊິ່ງໄດ້ປະກອບສ່ວນເຂົ້າໃນຫຼາຍວຽກງານທີ່ສຳຄັນ ເຊັ່ນ: ຄະນະທີ່ປຶກສາ-ຄູ່ຮ່ວມງານ ໄດ້ປະກອບສ່ວນເຫື່ອແຮງ ສະຕິປັນຍາ ຄວາມຮູ້ຄວາມສາມາດ, ບົດຮຽນປະສົບການ, ວັດຖຸ, ປັດໄຈ ເຂົ້າໃນວຽກງານແນວໂຮມ ແລະ ວຽກງານໂຄສະນາ-ຂົນຂວາຍປະຊາຊົນ ຂອງແນວລາວສ້າງຊາດ; ຈາກນັ້ນ, ກໍ່ໄດ້ພ້ອມກັນວາງທິດທາງແຜນການຈຸດສຸມ 5 ປີຕໍ່ໜ້າ(2026-2030), ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຢ່າງມີເນື້ອໃນ, ກົງໄປກົງມາ ແລະ ສ້າງສັນຈາກຜູ້ເຂົ້າຮ່ວມເຊິ່ງໜ້າ ແລະ ບາງແຂວງຜ່ານທາງໄກ.

ໃນໂອກາດນີ້, ທ່ານ ນາງ ສີພະຈັນ ນັນທະວົງສາ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກົມໂຄສະນາ ແລະ ຄະນະທີ່ປຶກສາ-ຄູ່ຮ່ວມງານ ທີ່ສາມາດຍາດໄດ້ຜົນງານຫຼາຍດ້ານຕະຫຼອດໄລຍະຜ່ານມາ  ແລະ ເນັ້ນຕື່ມວ່າ: ວຽກງານໂຄສະນາ-ຂົນຂວາຍ ເປັນວຽກໜຶ່ງທີ່ສຳຄັນ ສະນັ້ນໃຫ້ເອົາໃຈໃສ່ສຶກສາ-ຄົ້ນຄວ້າແນວທາງນະໂຍບາຍຂອງພັກ, ກົດໝາຍ-ແຜນພັດທະນາ ຂອງລັດ ໃຫ້ສາມາດກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອເຄື່ອນໄຫວວຽກງານໃຫ້ມີຄວາມເຂັ້ມແຂງ; ຈັດຕັ້ງຜັນຂະຫຍາຍ 4 ເສີມສ້າງ ແລະ 4 ກັນຫັນປ່ຽນ ຂອງແນວລາວສ້າງຊາດ ເຂົ້າສູ່ວຽກງານຕົວຈິງ; ເພິ່ມທະວີວຽກງານໂຄສະນາ-ປາຖະກະຖາໃຫ້ມີຄວາມເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ; ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ທີ່ຮັບຜິດຊອບວຽກງານໂຄສະ ນາ; ປະສານສົມທົບກັບທຸກພາກສ່ວນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ໃຫ້ມີຄວາມກົມກຽວ, ວ່ອງໄວ ແລະ ທັນກັບສະພາບການ; ປະສານສົມທົບກັບຄະນະທີ່ປຶກສາ-ຄູ່ຮ່ວມງານ ໃຫ້ໄດ້ເຄື່ອນໄຫວຕາມພາລະບົບບາດ; ເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານເທັກໂນໂລຊີ ແລະ ການນໍາໃຊ້ AI ເຂົ້າໃນວຽກງານສື່ມວນຊົນ ແລະ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງ ໃນວຽກງານໂຄສະນາ-ຂົນຂວາຍຂອງສູນກາງ ແລະທ້ອງຖິ່ນ ຕິດພັນການຜັນຂະຫຍາຍມະຕິ XII ຂອງພັກ, ມະຕິ XII ຂອງແນວລາວສ້າງຊາດ ທົ່ວປະເທດ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ຂ່າວ: ເຢ້

ຮູບ: ລີ

ບກ: ພ.ບຸບຜາ