ສນຊ ແລະ ໂຮງພິມແຫ່ງລັດ ຮ່ວມກັນສ້າງຂະບວນການກິລາຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 116 ປີ

      ສາມອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ (ສນຊ) ແລະ ສາມອົງການຈັດຕັ້ງມະຫາຊົນລັດວິສາຫະກິດ ໂຮງພິມແຫ່ງລັດ ຮ່ວມກັນສ້າງຂະບວນການແຂ່ງຂັນກິລາບານເຕະ ຍິງ-ຊາຍ ເພື່ອຂ່ຳນັບຮັບຕ້ອນວັນແມ່ຍິງສາກົນ 8 ມີນາ ຄົບຮອບ 116 ປີ; ພ້ອມທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ VI ແລະ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີພະຈັນ ນັນທະວົງສາ ກຳມະການປະຈຳພັກ, ປະທານກວດກາ ຮອງປະທານ ສູນກາງແນວລາວສ້າງຊາດ; ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການໂຮງພີມແຫ່ງລັດ, ພ້ອມດ້ວຍສະ ມາຊິກຂອງສາມອົງການຈັດຕັ້ງມະຫາຊົນທັງສອງພາກສ່ວນເຂົ້າຮ່ວມ, ໃນວັນທີ 6 ມີນາ 2026 ທີ່ເດີນເຕະບານ ໃນຮົ່ມທະນົງອາດ;
      ການສ້າງຂະບວນການກິລາເຕະບານໃນຄັ້ງນີ້, ເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງ ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກລັດວິສາຫະກິດ ໂຮງພິມແຫ່ງລັດ, ກໍ່ຄືສະມາຊິກສາມອົງການຈັດຕັ້ງມະຫາຊົນຂອງສອງພາກສ່ວນ ໃຫ້ມີຂະບວນການຟົດຟື້ນ, ກວ້າງຂວາງ, ມີຄວາມແໜ້ນແຟ້ນ ແລະ ມີບັນຍາກາດເບີກບານມ່ວນຊື່ນ ຕ້ອນຮັບວັນສໍາຄັນດັ່ງກ່າວ.
ບກ: ຈິດຕະພົງ
ຂ່າວ+ພາບ: ຂິດ, ສຸກສຳລານ