ຄະນະນຳ ສນຊ ພົບປະກັບ ຄະນະປະຈຳພັກແຂວງຫຼວງພະບາງ

     ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ແຂວງຫຼວງພະບາງ ຄະນະນຳ ສນຊ ນຳໂດຍສະຫາຍ ສຈ.ປອ ກິແກ້ວ ໄຂຄຳພີທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ພົບປະກັບຄະນະປະຈຳພັກແຂວງ ເຊິ່ງນຳໂດຍ ສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານ ພັກແຂວຫຼວງພະບາງ, ມີສະຫາຍປະທານແນວລາວສ້າງຊາດແຂວງພ້ອມດ້ວຍຄະນະເຂົ້າຮ່ວມ ໃນວັນທີ 13 ມີນາ 2026 ທີ່ຫ້ອງວ່າການພັກແຂວງ.
ສະຫາຍເລຂາພັກແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະທີ່ໄດ້ລົງເຮັດວຽກຢູ່ແຂວງ ໃນຄັ້ງນີ້ ແລະ ໄດ້ລາຍງານສະພາບລວມ ໃນການພັດທະນາພື້ນຖານໂຄງລ່າງ ຂອງແຂວງໂດຍຫຍໍ້ ໃຫ້ໄດ້ຮັບຊາບ.
     ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພີທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນຳ-ນຳພາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ ເຊິ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ພ້ອມທັງໄດ້ແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວເຮັດວຽກຢູ່ແຂວງໃນຄັ້ງນີ້ໃຫ້ ສະຫາຍເລຂາພັກແຂວງຫຼວງພະບາງໄດ້ຮັບຊາບ ຕື່ມອີກ.
ບກ: ພ ບຸບຜາ+ນ.ໄພຈິດ
ຂ່າວ+ພາບ:ລີ