ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງາແນວລາວສ້າງຊາດ ເຄື່ອນໄຫວ ຊຸກຍູ້ ວຽກງານແນວລາວສ້າງຊາດ ຢູ່ແຂວງຫຼວງພະບາງ ໂດຍມີທ່ານ ສົມພອນ ສີອຸດົມຜັນ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງ, ບັນດາທ່ານກໍາມະການແນວລາວສ້າງຊາດແຂວງ, ປະທານແນວລາວສ້າງຊາດເມືອງອ້ອມຂ້າງຕະຫຼອດຮອດພະນັກງານເຂົ້າຮ່ວມທີ່ສະໂມສອນຫ້ອງວ່າການແຂວງຫຼວງພະບາງ
ໃນວັນທີ 13 ມີນາ 2026 ນີ້.
ທ່ານ ສົມພອນ ສີອຸດົມຜັນ ໄດ້ລາຍງານຫຍໍ້ ແຂວງຫຼວງພະບາງປະກອບມີ 11 ເມືອງ 1 ນະຄອນ ມີພົນລະເມືອງ 487,400 ກວ່າຄົນ ປະກອບມີ 13 ຊົນເຜົ່າຄື: ຊົນເຜົ່າລາວ, ລື້, ຍວນ, ໄຕ, ຜູ້ໄທ, ໄທເໜືອ, ກຶມມຸ, ໄປຣ, ແທນ, ມົ້ງ, ອີວມຽນ, ພູນ້ອຍ ແລະ ຊົນເຜົ່າຫໍ້. ຕະຫຼອດໄລຍະຜ່ານມາແນວລາວສ້າງຊາດແຂວງໄດ້ປະຕິບັດພາລະບົດບາດເປັນຄັນທຸງສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ພາຍໃນແຂວງມີຄວາມສາມັກຄີເປັນປືກແຜ່ນ ຜົນສໍາເລັດການສ້າງ “ຄອບຄົວ ແລະ ບ້ານສາມັກຄີປອງດອງ”ວຽກງານບຸລິມະສິດທີ່ເປັນຈຸດສຸມ ແລະ ມີຜົນສໍາເລັດອັນພົ້ນເດັ່ນ ແມ່ນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຊິ່ງມີຕົວເລກສະຖິຕິດັ່ງນີ້: ຄອບຄົວສາມັກຄີປອງດອງ: ມອບໃບຢັ້ງຢືນແລ້ວທັງໝົດ 71,036 ຄອບຄົວ.ບ້ານສາມັກຄີປອງດອງໄດ້ 678 ບ້ານ, ກວມເອົາ 89% ໄດ້ປະກາດເມືອງທີ່ຈັດຕັ້ງປະຕິບັດຂະບວນການດັ່ງກ່າວສໍາເລັດແລ້ວ 2 ເມືອງ. ຜົນສໍາເລັດດັ່ງກ່າວ ໄດ້ກາຍເປັນແຮງຊຸກຍູ້ອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງພະບາງ ກໍຄືປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ສີວິໄລຢ່າງຕໍ່ເນື່ອງ.ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືແຂວງຫຼວງພະບາງ.
ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນໍາຕໍ່ຄະນະພັກ, ຄະນະນໍາ ແລະພະນັກງານຫຼັກແຫຼ່ງຂອງແຂວງ ໂດຍເນັ້ນໜັກໃຫ້ພະນັກງານແນວລາວສ້າງຊາດ ຍົກສູງບົດບາດການເຕົ້າໂຮມຄວາມສາມັກຄີ ແລະ ການສ້າງເສດຖະກິດກຸ້ມຕົນເອງ ແລະ ໄດ້ເນັ້ນໜັກ 4 ປະເດັນສໍາຄັນ ເພື່ອເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະໃໝ່ ຄື:1). ພະນັກງານແນວລາວສ້າງຊາດທຸກສະຫາຍ ຕ້ອງກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເລິກເຊິ່ງ ໂດຍຖືເອົາ “3 ເສົ້າຄໍາ” ເປັນພື້ນຖານຫຼັກໃນການເຄື່ອນໄຫວວຽກງານ ຄື: ສ້າງຄວາມສາມັກຄີປອງດອງລະຫວ່າງບັນດາເຜົ່າ; ສ້າງຄວາມສາມັກຄີລະຫວ່າງບັນດາສາສະໜາ; ສ້າງຄວາມສາມັກຄີລະຫວ່າງຊັ້ນຄົນຕ່າງໆໃນສັງຄົມ 2). ເສີມຂະຫຍາຍມູນເຊື້ອເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໃຫ້ແຂງແຮງ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກຸ້ມຕົນເອງ. ພ້ອມກັນນັ້ນ, ຕ້ອງໄດ້ມີການປັບປຸງກົນໄກການເຮັດວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມໃນປັດຈຸບັນ 3). ຍົກສູງຄຸນະພາບການຫັນປ່ຽນໃໝ່ຊຸກຍູ້ ແລະ ຍົກສູງຄຸນະພາບການຫັນປ່ຽນໃໝ່ໃນທຸກດ້ານ ໂດຍໃຫ້ຕິດພັນຢ່າງສະນິດແໜ້ນກັບ “4 ເສີມສ້າງ” ຂອງແນວລາວສ້າງຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິຜົນສູງສຸດ 4). ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມເພີ່ມທະວີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍສະເພາະແມ່ນການຜັນຂະຫຍາຍ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ, ເພື່ອແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.
ພ້ອມກັນນີ້, ທ່ານ ປະທານ ສນຊ ຍັງໄດ້ມອບເງິນສົດຈໍານວນ 70 ລ້ານເພື່ອຊຸກຍູ້ວຽກງານແນວລາວສ້າງຊາດແຂວງ ແລະ ເມືອງນອກຈາກນັ້ນ, ຍັງໄດ້ຢ້ຽມຢາມຫ້ອງການແນວລາວສ້າງຊາດແຂວງ ແລະ ໄດ້ໄປຢ້ຽມຢາມເຂື່ອນໄຟຟ້າ ນໍ້າຂອງ ຫຼວງພະບາງ ຕື່ມອີກ.
ບກ: ອຸດອນ
ຂ່າວ+ພາບ: ລີ



