ທ່ານປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມພົບປະອົງການກອງທຶນເດັກສະຫະປະຊາຊາດ UNICEF

     ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ບີນລາ ດຸຣານີ ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ, ໃນວັນທີ 17 ເມສາ 2026.
      ທ່ານ ບີນລາ ດຸຣານີ ຕາງໜ້າອົງການ UNICEF ໄດ້ສະແດງຮູ້ສຶກເປັນກຽດຢ່າງສູງທີ່ໄດ້ເຂົ້າພົບປະກັບທ່ານປະທານສູນກາງແນວລາວສ້າງຊາດ ໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່ພ້ອມທັງແຈ້ງຈຸດປະສົງ ແລະ ສະພາບການເຄື່ອນໄຫວວຽກງານຂອງອົງການ UNICEF ໄລຍະຜ່ານມາ ຢູ່ ສປປ ລາວ ໂດຍສະເພາະແມ່ນການຮ່ວມມືກັບແນວລາວສ້າງຊາດ ໃນການຜັນຂະຫຍາຍບຸລີມະສິດແຫ່ງຊາດສົ່ງເສີມສຸຂະພາບທີດີ ໂດຍສະເພາະ ແມ່ຍິງ-ເດັກນ້ອຍ ແລະ ໄວໜຸ່ມໃນເຂດເປົ້າໝາຍຫ່າງໄກຊອກຫຼີກ ແລະ ຊົນເຜົ່າ ຕາມແຜນງານຂອງ UNICEF ເຊີ່ງຜ່ານມາກໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກ ສູນກາງແນວລາວສ້າງຊາດ ຕາມພາລະບົດບາດ ເຊີ່ງຈະເປັນສ່ວນໜື່ງໃນການປະກອບສ່ວນເຂົ້າໃນການພັດທະນາທີຍືນຍົງ
      ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ຂອງ ອົງການ UNICEF ໃນຖານະທີ່ເປັນຄູ່ຮ່ວມງານທີ່ຍາວນານຂອງລັດຖະບານ ແລະ ປະຊາຊົນລາວ, ເວົ້າລວມເວົ້າສະເພາະໄດ້ຮ່ວມມືກັບສູນກາງແນວລາວສ້າງຊາດຕະຫຼອດໄລຍະຜ່ານມາ ປີນີ້ ຄົບຮອບ 52 ປີ ຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ UNICEF ແລະ ຫວັງວ່າຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບສູນກາງແນວລາວສ້າງຊາດ ພາຍໃຕ້ການນຳພາຂອງພັກ-ລັດ, ເພື່ອສະໜັບສະໜູນບູລິມະສິດຮ່ວມກັນສຳລັບ ການສົ່ງເສີມສຸຂະພາບ, ເດັກນ້ອຍ ແລະ ໄວໜຸ່ມລາວ ລວມທັງການບໍລິການທີ່ມີ ຄຸນນະພາບ: ການສຶກສາ, ສາທາ, ການປົກປ້ອງ ແລະ ສະຫວັດດີການສັງຄົມ ເພື່ອຄວາມຢືດຢຸ່ນທີ່ດີຂຶ້ນໃນການປະເຊີນກັບສະພາບອາກາດ ແລະ ຄວາມສ່ຽງອື່ນໆທີ່ເກີດຂຶ້ນ; ທ່ານໄດ້ຍົກໃຫ້ເຫັນກ່ຽວກັບພາລະບົດບາດ ແລະ ໜ້າທີຫຼັກ ຂອງ ແນວລາວສ້າງຊາດ ຕື່ມອີກ
ບກ: ພ.ບຸບຜາ
ຂ່າວ+ພາບ: ຂິດ+ລີ