ສູນກາງແນວລາວສ້າງຊາດ ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ, ກັບກະຊວງສາທາລະນະສຸກ, ອົງການຢູນິເຊັບ ແລະ ຄູ່ຮ່ວມງານພັດທະນາ ໄດ້ຈັດກອງປະຊຸມ ສໍາມະນາ ພາຍໃຕ້ຫົວຂໍ້ “ການສົ່ງເສີມສຸຂະພາບເດັກໃນ ສປປ ລາວ ຜ່ານການໃຫ້ວັກຊີນກັນພະຍາດ ແລະ ການເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຊຸມຊົນ” ທີ່ ໂຮງແຮມແລນມາກ ແມ່ຂອງ ຣິເວີໄຊ ນະຄອນຫຼວງວຽງຈັນ ວັນທີ 18 ມີນາ 2026 ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ສ້າງຄວາມເຂົ້າໃຈເປັນເອກະພາບ ດ້ານສຸຂະພາບເດັກ ແລະ ການປ້ອງກັນພະຍາດເດັກ ຢູ່ ສປປ ລາວ ໂດຍການເປັນປະທານ ຂອງ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ປະທານສະພາທິດສະດີສູນກາງພັກ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ບີລານ ໂອແຣັງ ດູຮານີ ຜູ້ຕາງໜ້າອົງການ ຢູນີເຊັບ ປະຈໍາລາວ, ມີບັນດາຫົວໜ້າກົມ, ຮອງກົມ ທີ່ກ່ຽວຂ້ອງຂັ້ນສູນກາງແນວລາວສ້າງຊາດ, ສູນກາງສະພັນແມ່ຍິງລາວ, ຮອງປະທານແນວລາວສ້າງຊາດແຂວງ, ຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຍົກໃຫ້ເຫັນວ່າ: ການໃຫ້ວັກຊີນ ແມ່ນການປົກປ້ອງເດັກ ທີ່ມີປະສິດທິພາບທີ່ສຸດ ຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ, ເປັນວຽກງານບຸລິມະສິດໃນການສ້າງພຸມຄຸ້ມກັນ ແຫ່ງຊາດ ແລະ ຄວາມມຸ່ງໝັ້ນຂອງລັດຖະບານ; ກະຊວງສາທາລະນະສຸກ ໄດ້ໃຫ້ຄວາມສໍາຄັນຕໍ່ການສ້າງຄວາມເຂັ້ມແຂງ ດ້ານການບໍລິການສັກຢາກວັກຊີນ ແລະ ເພື່ອຮັບປະກັນວ່າເດັກນ້ອຍຢູ່ລາວທຸກໆຄົນໄດ້ຮັບວັກຊີນ, ການມີສ່ວນຮ່ວມຂອງທຸກພາກສ່ວນ ໃນການສົ່ງເສີມໂຄສະນາກ່ຽວກັບການໃຫ້ວັກຊີນໂປລິໂອໃນລະດັບຊາດ ແມ່ນມີຄວາມສຳຄັນຫຼາຍຕໍ່ຊຸມຊົນ ແລະ ຢູ່ເຂດຫ່າງໄກສອກຫຼີກ; ການປົກປ້ອງສຸຂະພາບຂອງເດັກແມ່ນຕ້ອງອາໄສຂໍ້ມູນທີ່ໜ້າເຊື່ອຖື ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອຊ່ວຍກັນໂຄສະນາໃຫ້ປະຊາຊົນລາວບັນດາເຜົ່າ ມີຄວາມເຂົ້າໃຈຕໍ່ວຽກງານປ້ອງກັນ-ຮັກສາສຸຂະພາບ ແລະ ໄດ້ຮັບວັກຊີນກັນພະຍາດຢ່າງຄົບຖ້ວນ ກວ້າງຂວາງ ທົ່ວເຖີງ ຕາມຫຼັກການວຽກງານໂພສະນາການ ຂອງກະຊວງສາທາລະນະສຸກ ເພື່ອໃຫ້ເດັກນ້ອຍລາວທຸກໆຄົນມີສຸຂະພາບທີ່ດີ.
ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງພັກ-ລັດ ແຕ່ສູນກາງຮອດທ້ອງຖິ່ນ, ອົງການຢູນີເຊັບ ປະຈໍາລາວ ແລະ ອົງການຈັດຕັ້ງສາກົນ ທຸກພາກສ່ວນ ທີ່ໄດ້ເຄື່ອນໄຫວວຽກງານດັ່ງກ່າວ ຢ່າງມີຜົນສຳເລັດໃນແຕ່ລະໄລຍະ ແລະ ທ່ານ ໄດ້ເນັ້ນຕື່ມວ່າ: ໃຫ້ທຸກພາກສ່ວນສືບຕໍ່ປັບປຸງລະບົບປະສານງານໃຫ້ມີຄວາມກົມກຽວ, ໃຫ້ມີການແບ່ງວຽກງານກັນລະອຽດ ກໍານົດພາລະບົດບາດ ຂອງແຕ່ລະພາກສ່ວນໃຫ້ສາມາດເຄື່ອນໄຫວໄດ້ສະດວກ, ຖືກຕ້ອງ ໂດຍສະເພາະ ການໂຄສະນາສຶກສາອົບຮົມ ນໍາເອົາແນວທາງຂອງພັກ ເຂົ້າສູ່ການປະຕິບັດຕົວຈິງຢ່າງເປັນຮູບປະທໍາ ໂຄສະນາເຜີຍແຜ່ວຽກງານດັ່ງກ່າວໃຫ້ກວ້າງຂວາງ ທົ່ວເຖີງ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ນຳພາປະຊາຊົນເຮັດ ແລະ ປະຊາຊົນປະຕິບັດ, ໂຄສະນາດ້ວຍຫຼາຍຮູບແບບ ເປັນຕົ້ນ: ນຳໃຊ້ພາສາທ້ອງຖິ່ນ ແລະ ເຄົາລົບຮີດຄອງປະເພນີທີ່ຖືກຕ້ອງ; ເສີມຂະຫຍາຍບົດບາດຜູ້ຊົງຄຸນວຸດທິໃຫ້ມີສ່ວນຮ່ວມ ປະກອບສ່ວນເຂົ້າໃນການສຶກສາອົບຮົມໃຫ້ປະຊາຊົນມີການປ່ຽນແປງທາງດ້ານພຶດຕິກຳ, ສ້າງຕາໜ່າງແນວໂຮມຄອບຄົວແນວໂຮມເປັນຄອບຄົວແບບຢ່າງດ້ານສາທາລະນະສຸກ ແລະ ສ້າງຄວາມໝັ້ນໃຈໃນການບໍລິການສຸຂະພາບ ເພື່ອໃຫ້ເດັກທຸກໆຄົນ ໄດ້ຮັບວັກຊີນປ້ອງກັນພະຍາດ ແລະ ທ່ານຍັງໄດ້ຮຽກຮ້ອງ ໃຫ້ອົງການຢູນິເຊັບ ສືບຕໍ່ໃຫ້ການ ຮ່ວມມື ແລະ ໃຫ້ການສະໜັບສະໜູນວຽກງານສຸຂະພາບ ໃຫ້ແກ່ ສປປ ລາວ ໃນຫຼາຍຮູບການຕື່ມອີກ.
ຂ່າວ+ພາບ: ເຢ
ບກ: ອຸດອນ



