ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ

       ພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຈັດຂຶ້ນໃນວັນທີ 19 ມີນາ 2026 ທີ່ ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ, ມີຄະນະພັກ, ຄະນະປະຈໍາ, ກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາ-ຄູ່ຮ່ວມງານ ສູນກາງແນວລາວສ້າງຊາດ, ສະມາຄົມຜູ້ອາຍຸສູງ ພ້ອມດ້ວຍພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດເຂົ້າຮ່ວມ.
      ໂອກາດນີ້, ທ່ານ ປະທານກອງປະຊຸມເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງລັດ ປະກອບມີ:ໄດ້ຫວນຄືນມູນເຊື້ອວັນສ້າງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ວັນເສຍອົງຄະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 80 ປີ , ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ເຜີຍແຜ່ຄໍາສັ່ງເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເຊິ່ງມີເນື້ອໃນບາງຕອນວ່າ: ໃຫ້ບັນດາກະຊວງ, ອົງການທຽບບເທົ່າ ເພີ່ມທະວີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດມາດຕະການ ສຸກເສີນ ແລະ ສະເພາະໜ້າຂອງລັດຖະບານວາງອອກ, ໃຫ້ດໍາເນີນມາດຕະການປະຢັດ, ຫຼຸດຜ່ອນ ການຈັດກອງປະຊຸມ ທີ່ໄດ້ເດີນທາງໄປທ້ອງຖິ່ນ, ຫັນມາປະຊຸມແບບທາງໄກຫຼາຍຂຶ້ນ; ໃຫ້ສັບປ່ຽນໝູນວຽນກັນມາ ປະຈໍາການ ສໍາລັບພະນັກງານທົ່ວໄປ ຕາມເງື່ອນໄຂຂອງກົມກອງ ໃຫ້ນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ບກ: ພ. ພຽງ
ຂ່າວ+ພາບ: ໄຊວ່າງ+ແສງຫລ້າ