ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ ຄົນໃໝ່

     ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ປະທານສະພາທິດສະດີສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ ໃນວັນທີ 20 ມີນາ 2026 ທີ່ສູນກາງແນວລາວສ້າງຊາດ.
     ໃນໂອກາດນີ້, ທ່ານ ປະທານ ສນຊ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ພ້ອມທັງຕີລາຄາສູງ ຕໍ່ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້. ຊຶ່ງການມາຂອງທ່ານ ຖືເປັນການປະກອບສ່ວນສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເຄີຍມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນ. ເວົ້າລວມ ແລະ ເວົ້າສະເພາະ ແມ່ນຄວາມສາມັກຄີ ລະຫວ່າງ ສອງປະເທດ ລາວ-ຣາຊະອານາຈັກໄທ ກໍຄື ປະຊາຊົນຂອງທັງສອງປະເທດ ເຊິ່ງມີຮິດຄອງປະເພນີ, ວັດທະນະທໍາ ແລະ ພາສາຄ້າຍຄືກັນ ໃຫ້ໄດ້ຮັບການພັດທະນາ ໃຫ້ນັບມື້ນັບດີຂຶ້ນ.
     ພ້ອມນີ້, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານ ສນຊ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ. ພ້ອມທັງໃຫ້ຄໍາຢືນຢັນວ່າ ສປປ ລາວ ແລະ ຣາຊະອານາຈັກໄທ ຈະສືບຕໍ່ມີການພົວພັນການຮ່ວມມືກັນໃນຫຼາຍດ້ານໂດຍສະເພາະແມ່ນການສົ່ງເສີມດ້ານວັດທະນະທໍາ, ສາສະໜາ ທີ່ປະຊາຊົນສອງປະເທດເຄີຍຮ່ວມກັນປະຕິວັດໃຫ້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ຢ່າງຕໍ່ເນື່ອງ. ແລະ ສ້າງເງື່ອນໄຂໃຫ້ບັນດາການນຳຂັ້ນສູງຂອງສອງຝ່າຍ ໄດ້ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນຫຼາຍຂຶ້ນ.
ບກ: ອຸດອນ
ຂ່າວ: ລີ
ພາບ: ໄຊວ່າງ