ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຄັ້ງທີ IX

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ IX ຈັດຂຶ້ນໃນວັນທີ 7 ເມສາ 2026 ຢູ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມ ຂອງທ່ານ ພົງສະຫວັນ ສີລິພັນ, ກໍາມະການປະຈຳພັກ ນະຄອນຫຼວງ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ມີທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກໍາມະການ ປະທານແນວລາວສ້າງຊາດ 9 ຕົວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້ ທ່ານ ພົງສະຫວັນ ສີລິພັນ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກຕໍ່ກອງປະຊຸມໃຫຍ່ ເຊິ່ງມີໄດ້ຍົກໃຫ້ເຫັນວ່າ: ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ປຸກລະດົມປະຊາຊົນບັນດາເຜົ່າປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເສີມຂະຫຍາຍມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ແລະ ທ້ອງຖິ່ນ; ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນເຈົ້າການປັບປຸງຍົກລະດັບຊີວິດການເປັນຢູ່ໃຫ້ດີຂື້ນເປັນກ້າວໆ, ລູກຫຼານຢູ່ໃນເກນອາຍຸໄດ້ເຂົ້າຮຽນ ແລະ ເຂົ້າເຖິງການບໍລິການດ້ານສາທາລະນາສຸກ. ໃນ 5 ປີຜ່ານມາ ໄດ້ເອົາໃຈໃສ່ຊຸກຍູ້ຂະບວນການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ. ມາຮອດປີ 2025 ສາມາດສ້າງບ້ານສາມັກຄີປອງດອງໄດ້ 434 ບ້ານ ເທົ່າກັບ 90,22% ແລະ 1 ເມືອງ, ປະຊາຊົນຊາວ ນວ ດໍາລົງຊີວິດ ແລະ ຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ.
ທ່ານ ໄດ້ຍົກໃຫ້ເຫັນ ທິດທາງໜ້າທີ່ ຄາດໝາຍ ແລະ ແຜນວຽກຈຸດສຸມ 5 ປີຕໍ່ໜ້າ (2026-2030) ທີ່ຄະນະກໍາມະການ ແນວລາວສ້າງຊາດນະຄອນຫຼວງວຽງຈັນ ຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ຄຽງຄູ່ກັບ ການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຂອງພັກ ຄັ້ງທີ XII, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກນະຄອນຫຼວງ ຄັ້ງທີ VIII ພ້ອມນີ້, ກໍໄດ້ຍົກໃຫ້ ເຫັນກາລະໂອກາດ ແລະ ສິ່ງທ້າທາຍ ເປັນຕົ້ນ: ໂອກາດໃນການປັບປຸງແບບແຜນວິທີເຮັດວຽກ, ແບບແຜນສໍາພັນ ກັບພາກສ່ວນຕ່າງໆ ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຍັງສືບຕໍ່ປະຕິບັດກົນອຸບາຍມ້າງເພ ຄວາມສາມັກຄີພາຍໃນ ເພື່ອແບ່ງແຍກຄວາມສາມັກຄີຂອງພວກເຮົາ. ດັ່ງນັ້ນ, ວຽກງານແນວລາວສ້າງຊາດ ມີຄວາມຈຳເປັນຈະຕ້ອງໄດ້ຮັບການປັບປຸງ ຍົກລະດັບ ແລະ ພັດທະນາໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການ.
ໃນພິທີ ຄະນະຈັດຕັ້ງ ນວ ໄດ້ຜ່ານມະຕິຕົງລົງ ວ່າດ້ວຍການຮັບຮອງເອົາບຸກຄະລາກອນ ສະໜັກເປັນຄະນະກໍາມະການແນວລາວສ້າງຊາດ ນວ ຊຸດໃໝ່ ໃນການລົງປະຊາມະຕິດ້ວຍການຍົກບັດຮັບຮອງ ເຊິ່ງປະກອບມີ: ທ່ານ ພົງສະຫວັນ ສີລິພັນ ເປັນປະທານ ແລະ ຮອງປະທານປະຈຳການ 4 ທ່ານ ຄື:ທ່ານ ສົມໃຈ ຊົ່ງຈົ່ງເຕັງ, ທ່ານນາງ ສົມປະເສີດ ສີຫາລາດ, ທ່ານ ໄຊຍະບັດ ຊຸ່ມມະນີວົງ, ທ່ານ ຈັນສີ ແກ້ວໄມວັນ ແລະ ຮອງປະທານບໍ່ປະຈຳການ 4 ທ່ານ ຄື: ທ່ານນາງ ແກ້ວມະນີວອນ ຜາລິຂັນ, ທ່ານ ວຽງສາຄອນ ສຸລິໂຍ, ທ່ານ ບົວວຽງ ຈໍາປາພັນ ແລະ ທ່ານ ອຸທັນ ໄຕລິດທິ ພ້ອມທັງຮັບຮອງເອົາ ທ່ານ ໄຊຍະບັດ ຊຸ່ມມະນີວົງ ເປັນປະທານກວດກາ, ທ່ານນາງ ສຸລິຈັນ ອິນປັນຍາ ເປັນຮອງປະທານກວດກາ ແລະ ທ່ານ ເພັດສະໝອນ ໄຊຍະສອນ ເປັນຄະນະກວດກາ.
ບກ: ອຸດອນ
ຂ່າວ-ພາບ: ຂິດ+ເຢ້